ໃນການຢ້ຽມຢາມ ຝລັ່ງ, ສັນຕະປາປາ Leo XIV ຈະສືບຕໍ່ຊຸກຍູ້ການສ້າງບັນດາຫຼັກເກນສາກົນຕໍ່ກັບການພັດທະນາປັນຍາປະດິດ (AI), ພ້ອມກັນນັ້ນ ກໍ່ສະເໜີທັດສະນະກ່ຽວກັບອະນາຄົດຂອງ ເອີລົບ. ສັນຕະປາປາ Leo XIV ໄດ້ເປັນປະທານໃນພິທີອະທິຖານພາວະນາຢູ່ໂບດ Notre-Dame de Paris. ຄາດວ່າ ມີປະມານ 600.000 ຄົນໄດ້ຈົດທະບຽນເຂົ້າຮ່ວມ.
ການໄປຢ້ຽມຢາມ ຝລັ່ງ ແມ່ນໜຶ່ງໃນບັນດາການເຄື່ອນໄຫວທາງການທູດທີ່ ໜ້າສົນໃຈຄັ້ງທຳອິດຂອງ ສັນຕະປາປາ Leo XIV ຢູ່ ເອີລົບ.






