• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັນຍາ ເຊີແນວ - ກຳລັງໜູນໃຫ້ແກ່ຂະແໜງການຕ່າງປະເທດ ຫວຽດນາມ ໄລຍະປ່ຽນແປງໃໝ່

ສິລະປະໃນການພົວພັນທາງການທູດແມ່ນຕ້ອງຮູ້ຢຸດຢູ່ບ່ອນໃດ ແລະ ພິເສດແມ່ນກຳແໜ້ນກາລະໂອກາດເພື່ອຍາດໄດ້ທ່າແຮງສຳຄັນໃນການສ້າງສັນຕິພາບ.
ທ່ານຮອງສາດສະດາຈານ ເຢືອງວັນກວາງ, ອະດີດຫົວໜ້າສະຖາບັນການຕ່າງປະເທດ (ພາບ: nhandan.vn)

ວັນທີ 21 ກໍລະກົດ, ຄົບຮອບ 70 ປີແຫ່ງວັນເຊັນສັນຍາ ເຊີແນວ ກ່ຽວກັບການຢຸດຕິສົງຄາມຢູ່ ຫວຽດນາມ (21 ກໍລະກົດ 1954  21 ກໍລະກົດ 2024). ຕາມບັນດານັກຊ່ຽວຊານຄົ້ນຄວ້າແລ້ວ, ສັນຍາ ເຊີແນວ ໄດ້ນຳມາເຊິ່ງບັນດາບົດຮຽນທີ່ລ້ຳຄ່າ, ກາຍເປັນກຳລັງໜູນໃຫ້ແກ່ຂະແໜງການທູດໃນໄລຍະປ່ຽນແປງໃໝ່.

        ຕາມທ່ານຮອງສາດສະດາຈານ ເຢືອງວັນກວາງ, ອະດີດຫົວໜ້າສະຖາບັນການຕ່າງປະເທດ ແລ້ວ, ສິລະປະໃນການພົວພັນທາງການທູດແມ່ນຕ້ອງຮູ້ຢຸດຢູ່ບ່ອນໃດ ແລະ ພິເສດແມ່ນກຳແໜ້ນກາລະໂອກາດເພື່ອຍາດໄດ້ທ່າໄດ້ປຽບສຳຄັນໃນການສ້າງສັນຕິພາບ, ແກ້ໄຂບັນດາຄວາມບໍ່ລົງລອຍກັນ, ການປະທະກັນ. ທ່ານໃຫ້ຂໍ້ສັງເກດວ່າ, ຍຸດທະສາດດ້ານການທູດທີ່ອ່ອນນວນໃນໄລຍະດຳເນີນການເຈລະຈາສັນຍາ ເຊີແນວ ແມ່ນພື້ນຖານເພື່ອໃຫ້ ຫວຽດນາມ ເສີມຂະຫຍາຍຍຸດທະສາດ “ໄມ້ໄຜ່” ໃນໄລຍະປ່ຽນແປງໃໝ່.

        ໂດຍມີຂໍ້ສັງເກດໃນສະພາບການໃໝ່, ທ່ານ ຫວູເລທາຍຮ່ວາງ, ຫົວໜ້າສະຖາບັນຄົ້ນຄວ້າຍຸດທະສາດການພົວພັນຕ່າງປະເທດ, ສະຖານບັນການຕ່າງປະເທດ ຫວຽດນາມ, ເນັ້ນໜັກວ່າ:

        “ສຳລັບລຸ້ນປະຈຸບັນ, ເລື່ອງເຊື່ອມຊຶມ, ມີຄວາມເຂົ້າໃຈຢ່າງຖືກຕ້ອງຂອບຂະໜາດ, ຄວາມໝາຍ, ຄຸນຄ່າຂອງບັນດາບົດຮຽນນັ້ນ ແລະ ໝູນໃຊ້ຄືແນວໃດເຂົ້າໃນພຶດຕິກຳຕົວຈິງສຳລັບການພົວພັນຕ່າງປະເທດຂອງ ຫວຽດນາມ ໃນປະຈຸບັນແມ່ນໜ້າທີ່ສຳຄັນທີ່ສຸດ. ທັງຕ້ອງຕິດພັນກັບບັນດາຄຸນຄ່າແກ່ນສານ, ບັນດາຫຼັກການໃນບົດຮຽນນັ້ນ, ແຕ່ການໝູນໃຊ້ກໍ່ຕ້ອງມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນ, ສ້າງພື້ນຖານທາງການທູດ, ການຕ່າງປະເທດ ຫວຽດນາມ ຢ່າງຮອບດ້ານ, ທັນສະໄໝ”.

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ດ້ວຍ​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ, ຈິດ​ໃຈ​ທົນ​ທານ, ກ້າ​ຄິດ​ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ, ພ້ອມ​ກັບ​ຈິດ​ໃຈ​ເລີ່ມ​ຕົ້ນທຸ​ລະ​ກິດ Startup ແລະ ຄວາມ​ມຸ່ງ​ຫວັງອຸ​ທິດ​ສ່ວນ​ຢ່າງ​ແຮງກ້າ, ນັກ​ທຸ​ລະ​ກິດ ຫງວຽ​ນ​ທິ​ງາ ພ້ອມ​ກັບ​ຖັນ​ແຖວ​ໄດ້​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ ການ​ບໍ​ລິ​ການ ແລະ ການ​ເງິນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ມີ​ຄວາມ​ສາ​ມາດ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ມີກຳ​ລັງ​ແກ້ງ​ແຍ້ງ​ສູງ.

Top