• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໄດ້ຮັບການລົງນາມຢ່າງສຳເລັດຜົນ

ວັນທີ 15 ພະຈິກ ພາຍຫຼັງກອງສຸດຍອດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຄັ້ງທີ 4, ການນຳ 10 ປະເທດ ອາຊຽນ ແລະ 5 ປະເທດຄູ່ຮ່ວມມືຄື ອົດສະຕາລີ, ຈິນ, ຍີ່ປຸ່ນ, ສ ເກົາຫຼີ ແລະ ນິວຊີແລນ ໄດ້ລົງນາມໃນສັນຍາຄູ້ຮ່ວມມື ເສດຖະກິດຮອບດ້ານພາກພື້ນ (RCEP) ໂດຍພາຍໃຕ້ການເປັນສັກຂີພະຍານຂອງບັນດາການນຳ ບັນດາປະເທດອາຊຽນ ແລະ 5 ປະເທດຄູ່ຮ່ວມມື.
ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ເຈິ່ນຕ໊ວນແອັງ ຕາງໜ້າໃຫ້ຝ່າຍ ຫວຽດນາມ ລົງນາມໃນສັນຍາພາຍໃຕ້ການເປັນສັກຂີພະຍານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ 
ພິທີລົງນາມໄດ້ຖືກດຳເນີນຕາມຮູບການອອນລາຍ. ຢູ່ສະຖານທີ່ ຫວຽດນາມ, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ເຈິ່ນຕ໊ວນແອັງ ຕາງໜ້າໃຫ້ຝ່າຍ ຫວຽດນາມ ລົງນາມໃນສັນຍາພາຍໃຕ້ການເປັນສັກຂີພະຍານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ກ່າວຄຳເຫັນໃນພິທີລົງນາມທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ພາຍຫຼັງເຈລະຈາເປັນເວລາ 8 ປີ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືໄດ້ສຳເລັດການເຈລະຈາ (RCEP) ຢ່າງມີໄຊ ດ້ວຍປະລິມານໜ້າວຽກຢ່າງໃຫຍ່ຫຼວງ  ອັນໄດ້ເປີດໄລຍະຮ່ວມທາງດ້ານເສດຖະກິດການຄ້າໃໝ່ ທີ່ເຕັມໄປດ້ວຍແງ່ຫວັງດີ. ຂອບເຂດຮ່ວມມືໃໝ່ຂອງສັນຍາ ຈະປະກອບສ່ວນຍູ້ແຮງ ວິວັດທະນາການກໍ່ສ້າງປະຊາຄົມເສດຖະກິດ ອາຊຽນ 2025.
(ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ຢ່າງ​ພຽງ​ພໍ​ເພື່ອ​ຮັບ​ປະ​ກັນ​ແຫຼ່ງ​ສະ​ໜອງ​ເຊື້ອ​ເພີ່ງ​ຢູ່​ພາຍ​ໃນ​ປະ​ເທດ​ເປັນ​ປົກ​ກະ​ຕິ

ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ຢ່າງ​ພຽງ​ພໍ​ເພື່ອ​ຮັບ​ປະ​ກັນ​ແຫຼ່ງ​ສະ​ໜອງ​ເຊື້ອ​ເພີ່ງ​ຢູ່​ພາຍ​ໃນ​ປະ​ເທດ​ເປັນ​ປົກ​ກະ​ຕິ

ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ຢ່າງ​ພຽງ​ພໍ​ເພື່ອ​ຮັບ​ປະ​ກ​ັນ​ແຫຼ່ງ​ສະ​ໜອງ​ເຊື້ອ​ເພີງ​ເປັນ​ປົກ​ກະ​ຕິ, ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ແລະ ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ໃນ​ທຸກ​ກໍ​ລະ​ນີ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

Top