• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັນຍາການຄ້າເສລີລະຫວ່າງພັນທະມິດເສດຖະກິດອາຊີ- ເອີລົບ ແລະ ຫວຽດນາມ

      ວັນທີ 5 ຕຸລາ, ຢູ່ ຮ່າໂນ້ຍ, ເອກອັກຄະລັດຖະທູດບັນດາປະເທດສະມາຊິກ ພັນທະມິດເສດຖະກິດ ອາຊີ - ເອີລົບ ຢູ່ ຫວຽດນາມ ຊື່ງລວມມີ: ລັດເຊຍ, ເບລາຣຸດ, ກາຢັກສະຖານ, ອາກເມນີ ໄດ້ຈັດຕັ້ງການປະຊຸມຂ່າວ, ບັນດາທ່ານເອກອັກຄະລັດຖະທູດ ລ້ວນແຕ່ຮັບຮູ້ໝາກຜົນຕັ້ງຫນ້າພາຍຫລັງເລີ່ມປະຕິບັດສັນຍາການຄ້ານີ້.

ບັນດາຜູ້ແທນເຂົ້າຮ່ວມການປະຊຸມຂ່າວ
ພາບ:hongnhung
      ທ່ານນາງ Raisa Gareginovna Vardanyan  ເອກອັກຄະລັດຖະທູດ ອາກເມນີ ຖືວ່າ:
ບັນດາດັດຊະນີເຕີບໂຕຂອງບັນດາພາກສ່ວນນຳເຂົ້າສົ່ງອອກນັບແຕ່ຕົ້ນປີມາຮອດປະຈຸບັນ ໄດ້ສະແດງໃຫ້ເຫັນການເຄື່ອນໄຫວຢ່າງມີປະສິດທິຜົນຂອງເຂດການຄ້າເສລີກັບຫວຽດນາມ. ສັນຍາການຄ້າເສລີກັບຫວຽດນາມ ຍັງແມ່ນບາດກ້າວສຳຄັນຕາມທິດກ້າວໄປເຖິງການພົວພັນຄູ່ຮ່ວມມືດ້ານການຄ້າຢູ່ພາກພື້ນກວ້າງກວ່າ ຜ່ານພັນທະມິດເສດຖະກິດ ອາຊີ ເອີລົບ, ອົງການຮ່ວມມື ຊຽງໄຮ່, ອາຊຽນ ແລະ ສະຫະພາບເອີລົບ ກໍຄື ບັນດາໂຄງການ ເຫນືອ ໃຕ້ ແລະ ແລວເສດຖະກິດຂອງເສັ້ນທາງສາຍໄຫມ.
 (ແຫຼ່ງຄັດຈາກ VOV)

ຄົນ​ທຸກ​ຍາກ​ເກືອບ 900 ລ້ານ​ຄົນ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ຄົນ​ທຸກ​ຍາກ​ເກືອບ 900 ລ້ານ​ຄົນ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ບົດລາຍງານເນັ້ນໜັກວ່າ: ເພື່ອຮັບມືກັບສະພາບການຄວາມສຽງສະຫຼັບກັນ, ຕ້ອງໃຫ້ບຸລິມະສິດທັງມະນຸດ ແລະ ໜ່ວຍໂລກ, ກ່ອນອື່ນໝົດຕ້ອງມີການຫັນປ່ຽນ ຈາກຄວາມຮັບຮູ້ ກາຍເປັນການກະທຳໂດຍໄວ.

Top