• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ທົດ​ລອງ​ເຂັມທຳ​ອິດ​ຢູ່​ຫວຽດ​ນາມ

ໃນໄລຍະ ທີ 1 ຕົ້ນຕໍແມ່ນຈະທົດລອງຄວາມປອດໄພຂອງວັກຊິນ. ຖ້າຫາກວ່າມີຄວາມເປັນໄປໄດ້ສູງຈະກ້າວເຂົ້າສູ່ໄລຍະທີ 2 ແມ່ນເລີ່ມແຕ່ເດືອນກຸມພາຮອດເດືອນສິງຫາປີ 2021 ແລະ ໄລຍະທີ 3 ຄາດຄະເນວ່າຈະເລີ່ມແຕ່ເດືອນສິງຫາປີ 2021 ຫາເດືອນກຸມພາປີ 2022.

ພາບປະກອບ: vnexpress.net

ຕອນເຊົ້າວັນທີ 17 ທັນວາ, ຢູ່ຮ່າໂນ້ຍ, ວິທະຍາຄານເສນາຮັກ (ກະຊວງປ້ອງກັນປະເທດ ຫວຽດນາມ) ໄດ້ດຳເນີນການສັກ ວັກຊິນກັນໂຄວິດ - 19 ທົດລອງເຂັມທຳອິດໃຫ້ແກ່ຜູ້ອາສາສະໝັກ. ນີ້ແມ່ນຜະລິດຕະພັນວັກຊິນ ໂຄວິດ - 19 ທຳອິດຢູ່ ຫວຽດນາມໂດຍບໍລິສັດ Nanogen ຢູ່ນະຄອນໂຮ່ຈີມິນ ຄົ້ນຄ້ວາ, ຜະລິດ, ວັກຊິນ ມີຊື່ວ່າ Nanocovax.

ຜ່ານຮູບການຈົດທະບຽນໂດຍກົງຢູ່ວິທະຍາຄານເສນາຮັກ ແລະ ຜ່ານທາງໂທລະສັບ, Gmail ແລະ ເວັບໄຊ, ມາຮອດປັດຈຸບັນ ມີຜູ້ຈົດທະບຽນ ທົດລອງ ສັກວັກຊິນ ໂຄວິດ - 19 Nanocovax ກ່ວາ 200 ຄົນ. ໄລຍະທົດລອງທີ 1 ຄາດວ່າຈະແກ່ຍາວໄປຮອດເດືອນກຸມພາປີ 2021. ທ່ານ ໂດມິງຊີ້, ຫົວໜ້າຫ້ອງຄົ້ນຄ້ວາພັດທະນາຂອງບໍລິສັດ Nanagon ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າຕັ້ງຄວາມຫວັງຢ່າງຍິ່ງວ່າ ພວກຂ້າພະເຈົ້າຈະທົດລອງວັກຊິນປະສົບຜົນສຳເລັດ. ໂດຍໄດ້ຮັບການໜູນຊ່ວຍຈາກກະຊວງສາທາລະນະສຸກ ແລະ ກະຊວງວິທະຍາສາດເຕັກໂນໂລຢີນັ້ນ ຫວັງວ່າ ພວກເຮົາຈະມີວັກຊິນມາຮັບໃຊ້ໃຫ້ແກ່ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19ໂດຍໄວ.

        ໃນໄລຍະ ທີ 1 ຕົ້ນຕໍແມ່ນຈະທົດລອງຄວາມປອດໄພຂອງວັກຊິນ. ຖ້າຫາກວ່າມີຄວາມເປັນໄປໄດ້ສູງຈະກ້າວເຂົ້າສູ່ໄລຍະທີ 2 ແມ່ນເລີ່ມແຕ່ເດືອນກຸມພາຮອດເດືອນສິງຫາປີ 2021 ແລະ ໄລຍະທີ 3 ຄາດຄະເນວ່າຈະເລີ່ມແຕ່ເດືອນສິງຫາປີ 2021 ຫາເດືອນກຸມພາປີ 2022.

(ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ ຫໍສະພາແຫ່ງຊາດ ລາວ. ພາຍຫລັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການພົບປະສົນທະນາ.

Top