• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 78

ວັນທີ 05 ກັນຍາ, ຢູ່ສຳນັກງານ ສປຊ ຢູ່ ນິວຢອກ (ອາເມລິກາ), ສະມັດຊາໃຫຍ່ ສປຊ ໄດ້ໄຂກອງປະຊຸມຄັ້ງທີ 78 ຂຶ້ນຢ່າງເປັນທາງການ ດ້ວຍຫົວຂໍ້ຫຼັກກ່ຽວກັບ “ສັນຕິພາບ, ວັດທະນາຖາວອນ, ກ້າວໜ້າ ແລະ ຍືນຍົງ”.
ທ່ານປະທານສະມັດຊາໃຫຍ່ ສປຊ Dennis Francis ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະທີໜຶ່ງຂອງກອງປະຊຸມສະມັດຊາໃຫຍ່ ຢູ່ ນິວຢອກ ໃນວັນທີ 5/9/2023 (ພາບ:THX/TTXVN)

ກອງປະຊຸມໄດ້ດຳເນີນແຕ່ເດືອນກັນຍາ ປີນີ້ ຫາເດືອນ ກັນຍາປີ 2024, ໃນນັ້ນ, ການເຄື່ອນໄຫວຫຼັກໆ ແມ່ນສັບປະດາຂັ້ນສູງ ສະມັດຊາໃຫຍ່ ສປຊ ແຕ່ວັນທີ 19 – 26 ກັນຍາ, ດ້ວຍການເຂົ້າຮ່ວມຂອງປະມຸກລັດບັນດາປະເທດ ແລະ ຜູ້ນຳລັດຖະບານ 193 ປະເທດສະມາຊິກ ສປຊ, ຊຶ່ງຈະສຸມໃສ່ປຶກສາຫາລືກ່ຽວກັບບັນດາບັນຫາສົດໆຮ້ອນໆທີ່ສຸດ, ເປັນຕົ້ນແມ່ນການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ, ສະກັດກັ້ນໂລກລະບາດ, ລົບລ້າງອາວຸດນິວເຄຼຍ, ກອງປະຊຸມສຸດຍອດອະນາຄົດ… ຕາມເຈົ້າໜ້າທີ່ ສປຊ ແລ້ວ, ກອງປະຊຸມຄັ້ງທີ 78 ຂອງ ສະມັດຊາໃຫຍ່ ສປຊ ຈະແມ່ນບາດລ້ຽວບົນເສັ້ນທາງມຸ່ງໄປເຖິງການປະຕິບັດໂຄງການດຳເນີນງານຮອດປີ 2030 ໃຫ້ສຳເລັດ ແລະ ຄວາມຕ້ອງການຢ່າງຮີບດ້ວນ ນຳ 17 ເປົ້າໝາຍພັດທະນາແບບຍືນຍົງ (SDGs) ກັບຄືນສູ່ວົງໂຄຈອນຢ່າງຖືກຕ້ອງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສືບ​ຕໍ່​ຢຶດ​ໝັ້ນ​ກັບ​ແນວ​ທາງ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຫັນ​ການ​ພົວ​ພັນ​ສາ​ກົນ​ເປັນຫຼາຍ​ຝ່າຍ, ຫຼາຍ​ຮູບຫຼາຍ​ແບບ

ຫວຽດ​ນາມ ສືບ​ຕໍ່​ຢຶດ​ໝັ້ນ​ກັບ​ແນວ​ທາງ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຫັນ​ການ​ພົວ​ພັນ​ສາ​ກົນ​ເປັນຫຼາຍ​ຝ່າຍ, ຫຼາຍ​ຮູບຫຼາຍ​ແບບ

ທ່ານນາງ ເລທິທູຮັ່ງ ປາດຖະໜາວ່າບັນດາເອກອັກຄະລັດຖະທູດ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ຊຸກຍູ້ການຜັນຂະຫຍາຍບັນດາຈຸດສຸມໃນການຮ່ວມມືເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການຮ່ວມມືດ້ານເສດຖະກິດເລິກເຊິ່ງກ່ວາອີກ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່.

Top