• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ ໄທ ກຳ​ນົດ​ວັນ​ເລືອກ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່

ວັນທີ 3 ກັນຍາ, ສະພາແຫ່ງຊາດ ໄທ ໄດ້ອອກແຈ້ງການຈະຈັດວາລະກອງປະຊຸມພິເສດໃນວັນທີ 5 ກັນຍາ ເພື່ອເລືອກຕັ້ງນາຍົກລັດຖະມົນຕີ ຄົນໃໝ່.
ສະພາແຫ່ງຊາດ ໄທ (ພາບ: TTXVN)

ລະອຽດແມ່ນ, ໃນເວັບໄຊຂອງຫ້ອງວ່າການເລຂານຸການສະພາຕ່ຳ ໄທ ໄດ້ປະກາດເນື້ອໃນໂຄງການດຳເນີນງານໃຫ້ແກ່ວາລະກອງປະຊຸມຂອງສະພາຕ່ຳໃນວັນທີ 5 ກັນຍາ, ດ້ວຍເນື້ອໃນດ່ວນທີ 8 ໃນໂຄງການດຳເນີນງານແມ່ນ: ພິຈາລະນາ ແລະ ໃຫ້ສັດຕະຍາບັນບຸກຄົນທີ່ເໝາະສົມເພື່ອຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີ, ຕາມຕາ 159 ຂອງ ລັດຖະທຳມະນູນ ລາຊະອານາຈັກ ໄທ. ກ່ອນໜ້ານັ້ນໃນວັນທີ 3 ກັນຍາ, ທ່ານ Natthaphong Ruangpanyawut ການນຳພັກປະຊາຊົນ (PP), ພັກຝ່າຍຄ້ານໃຫຍ່ທີ່ສຸດຂອງ ສະພາຕ່ຳໄທ ໄດ້ຖະແຫຼງຂໍ້ຕົກລົງຂອງ ພັກ PP ສະໜັບສະໜູນທ່ານ Anutin Charnvirakul  ການນຳຂອງພັກພູມໃຈ ໄທດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ, ພ້ອມກັບສາມເງື່ອນໄຂ, ໃນນັ້ນມີຄຳຮຽກຮ້ອງຕ້ອງຍຸບເລີກສະພາແຫ່ງຊາດພາຍໃນ 4 ເດືອນ ນັບແຕ່ເວລາທ່ານຖະແຫຼງປະກາດນະໂຍບາຍ ຕໍ່ສະພາແຫ່ງຊາດ.   

(ແຫຼ່ງຄັດຈາກ VOV)

ຫວຽດນາມ ​ປະ​ກາດ​ແຜນ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເຂົ້າ​ຮ່ວມ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຂອງ ສ​ປ​ຊ

ຫວຽດນາມ ​ປະ​ກາດ​ແຜນ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເຂົ້າ​ຮ່ວມ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຂອງ ສ​ປ​ຊ

ທ່ານ ຫງວຽນຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ເຊັນປະກາດໃຊ້ແຜນການຜັນຂະຫຍາຍການປະຕິບັດກົດໝາຍວ່າດ້ວຍກຳລັງຮັກສາສັນຕິພາບ ຂອງ ສປຊ (ວັນທີ 4 ກັນຍາ).

Top