• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ລາວ - ກໍາປູ​ເຈຍ ສະ​ເໜີ​ໃຫ້​ຊຸກ​ຍູ້​ການ​ຮ່ວມ​ມື​ຢູ່​ເຂດ​ສາມຫຼ່ຽມ​ພັດ​ທະ​ນາ

ວັນທີ 21 ຕຸລາ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ - ລາວ - ກໍາປູເຈຍ ໄດ້ສິ້ນສຸດການສຳຫຼວດທັດພື້ນທີ່ຕົວຈິງຢູ່ບັນດາທ້ອງຖິ່ນນອນໃນເຂດສາມຫຼ່ຽມພັດທະນາ ຫວຽດນາມ - ລາວ - ກໍາປູເຈຍ. ການສຳຫຼວດໄດ້ດຳເນີນແຕ່ວັນທີ 17 – 21 ຕຸລາ. ນີ້ແມ່ນການສຳຫຼວດຮ່ວມຄັ້ງທຳອິດລະຫວ່າງສະພາແຫ່ງຊາດ 3 ປະເທດ.
ບັນດາຜູ້ແທນສະພາແຫ່ງຊາດ ສາມປະເທດ ຖ່າຍຮູບເປັນທີ່ລະນຶກ

ຄະນະຜູ້ແທນ ໄດ້ພົບປະກັບຜູ້ຕາງໜ້າ 12 ແຂວງ ຢູ່ເຂດ 3 ຫຼ່ຽມພັດທະນາຂອງ 3 ປະເທດ ພ້ອມດຽວກັນນັ້ນກໍໄປຢ້ຽມຢາມບາງໂຄງການພັດທະນາຢູ່ບັນດາແຂວງຂອງ 3 ປະເທດ.      

ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ - ລາວ - ກໍາປູເຈຍ ໄດ້ຍົກອອກ 9 ຂໍ້ສະເໜີແນະ ແລະ ວິທີການແກ້ໄຂ, ເຊິ່ງໃນນັ້ນ ມີການສົ່ງເສີມໃຫ້ອົງການນິຕິບັນຍັດ ກຳປູເຈຍ - ລາວ - ຫວຽດນາມ (CLV) ຊຸກຍູ້ການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ສາທາລະນະສຸກ, ການທ່ອງທ່ຽວ, ການສຶກສາ ແລະ ບຳລຸງສ້າງ,....; ສະເໜີລັດຖະບານບັນດາປະເທດ CLV ສືບຕໍ່ນຳເອົາບັນດາເປົ້າໝາຍພັດທະນາເຂດ 3 ຫຼ່ຽມພັດທະນານີ້ ເຂົ້າໃນແຜນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ ແລະ ທ້ອງຖິ່ນ; ສະເໜີໃຫ້ພັດທະນາພື້ນຖານໂຄງລ່າງໃນເຂດຊາຍແດນບັນດາປະເທດ CLV ເໝືອນດັ່ງບຸລິມະສິດແຖວໜ້າ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ບັນດາການເຄື່ອນໄຫວການຄ້າຂ້າມຊາຍແດນ ແລະ ພົບປະແລກປ່ຽນປະຊາຊົນ.

 

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top