• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ​ສິ້ນ​ສຸດ​ວາ​ລະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ເສດ​ຖະ​ກິດ - ສັງ​ຄົມ

ຕອນບ່າຍວັນທີ 5 ພະຈິກ, ຢູ່ຮ່າໂນ້ຍ, ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14 ໄດ້ສິ້ນສຸດວາລະປຶກສາຫາລືກ່ຽວກັບແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ.

ການເຮັດວຽກໃນຕອນບ່າຍວັນທີ 5 ພະຈິກ ຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 (ພາບ: baochinhphu.vn)

 ສະຫຼຸບວາລະປຶກສາຫາລືທີ່ດຳເນີນເປັນເວລາ 3 ວັນ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່ງກວັກຫ໋ຽນ ໃຫ້ຮູ້ວ່າ: ບັນດາຜູ້ແທນຕີລາຕາສູງຕໍ່ການຊີ້ນຳບໍລິຫານຢ່າງຂ້ຽວຂາດ, ຮີບດ່ວນຂອງລັດຖະບານ, ຄວາມຕັດສິນໃຈ ແລະ ຄວາມເຫັນດີເຫັນພ້ອມຂອງທັງລະບົບການເມືອງ, ປະຊາຄົມວິສາຫະກິດ ແລະ ປະຊາຊົນທົ່ວປະເທດໄດ້ປະຕິບັດບັນດາມາດຕະການຮັບມືກັບໂລກລະບາດ ຢ່າງຄົບຖ້ວນ. ດັ່ງນັ້ນ, ໄລ່ຮອດຈຸດເວລານີ້, ຫວຽດນາມ ຄວບຄຸມໂລກລະບາດສຳເລັດໄດ້ໂດຍພື້ນຖານ, ຟື້ນຟູເສດຖະກິດເທື່ອລະກ້າວ, ສັງຄົມເປັນປົກກະຕິ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການເຄື່ອນໄຫວພວົພັນຕ່າງປະເທດບັນລຸໝາກຜົນຕັ້ງໜ້າ ສ້າງທ່ວງທ່າພັດທະນາເສດຖະກິດ - ສັງຄົມ ໃຫ້ແກ່ຊຸມປີຕໍ່ໄປ. ທ່ານ ເນັ້ນໜັກວ່າ:

        “ເບິ່ງລວມແລ້ວ, ເນື້ອໃນປຶກສາຫາລືແມ່ນຮອບດ້ານ, ລົງເລິກເຂົ້າໃນບັນດາບັນຫາ ໂດຍຜູ້ມີສິດເລືອກຕັ້ງມີຄວາມສົນໃຈ ແລະ ຖືກດຳເນີນໄປໃນບັນຍາກາດຟົດຟື້ນ, ກົງໄປກົງມາ ແລະ ມີຄວາມຮັບຜິດຊອບ. ຄຳເຫັນປະກອບຂອງສະມາຊິກສະພາແຫ່ງຊາດສ່ວນຫຼາຍ ແມ່ນເຫັນດີເຫັນພ້ອມກັບຫຼາຍເນື້ອໃນຂອງບັນດາບົດລາຍງານຂອງລັດຖະບານ ແລະ ບັນດາອົງການກວດກາຢັ້ງຢືນຂອງ ສະພາແຫ່ງຊາດ”.

        ຕາມລາຍການຂອງກອງປະຊຸມຄັ້ງນີ້, ວັນທີ 6 ພະຈິກ, ສະພາແຫ່ງຊາດຈະເລີ່ມດຳເນີນວາລະຊັກຖາມບັນດາສະມາຊິກສະພາແຫ່ງຊາດ. ນີ້ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນຂອງກອງປະຊຸມຄັ້ງນີ້.

(ແຫຼ່ງຄັດຈາກ VOV)

ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ສິ​້ນ​ສຸດ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ຢ່າງ​ເປັນ​ທາງ​ການ

ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ສິ​້ນ​ສຸດ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ຢ່າງ​ເປັນ​ທາງ​ການ

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ Fukuoka ກັບເມືອປະເທດ ສິ້ນສຸດການຢ້ຽມຢາມ ຍີ່ປຸ່ນ ຢ່າງຈົບງາມ ຕາມຄຳເຊື້ອເຊີນຂອງລັດຖະບານ ຍີ່ປຸ່ນ.

Top