• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ການ​ວາງ​ແຜນ​ຜັງ​ນະ​ຄອນຫຼວງ ຮ່າ​ໂນ້ຍ ໄລ​ຍະ 2021 – 2030

ສະພາແຫ່ງຊາດ ຈັດກອງປະຊຸມຄົບຄະນະຢູ່ຫໍປະຊຸມ ເພື່ອຮັບຟັງການອະທິບາຍ ໃບສະເໜີ ແລະ ບົດລາຍງານຕີລາຄາຄຸນນະພາບຮ່າງກົດໝາຍການວາງແຜນຜັງຕົວເມືອງ ແລະ ການວາງແຜນຜັງຊົນນະບົດ.
ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ XV (ພາບ: quochoi.vn)

ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ XV, ຕອນເຊົ້າວັນທີ 20 ມິຖຸນາ, ສະພາແຫ່ງຊາດໄດ້ປຶກສາຫາລື ຢູ່ຫໍປະຊຸມກ່ຽວກັບການ ວາງແຜນຜັງນະຄອນຫຼວງຮ່າໂນ້ຍ ໄລຍະ 2021 – 2030, ວິໄສທັດ ຮອດປີ 2050; ຮ່າງປັບປຸງສັງລວມການວາງແຜນຜັງລວມນະຄອນຮ່າໂນ້ຍຮອດປີ 2045, ວິໄສທັດຮອດປີ 2065, ຫຼັງຈາກນັ້ນ, ສະພາແຫ່ງຊາດກໍ່ໄດ້ປຶກສາຫາລື ເປັນກຸ່ມ ກ່ຽວກັບຮ່າງກົດໝາຍ ສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍເຮືອນຢູ່, ກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ ແລະ ກົດໝາຍວ່າດ້ວຍບັນດາອົງການຈັດຕັ້ງສິນເຊື່ອ.

ຕອນບ່າຍ, ສະພາແຫ່ງຊາດ ຈັດກອງປະຊຸມຄົບຄະນະຢູ່ຫໍປະຊຸມ ເພື່ອຮັບຟັງການອະທິບາຍ ໃບສະເໜີ ແລະ ບົດລາຍງານຕີລາຄາຄຸນນະພາບຮ່າງກົດໝາຍການວາງແຜນຜັງຕົວເມືອງ ແລະ ການວາງແຜນຜັງຊົນນະບົດ; ການອະທິບາຍໃບສະເໜີ ແລະ ບົດລາຍງານຕີລາຄາຄຸນນະພາບ ຮ່າງກົດໝາຍວ່າດ້ວຍທໍລະນີສາດ ແລະ ບໍ່ແຮ່.

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ​ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ໃໝ່, ນຳ​ກ່ຳ​ປັ່ນ​ສູ້​ຮົບ​ມຸ່ງໜ້າ​ສູ່ ອີ​ຣານ

ອາ​ເມ​ລິ​ກາ​ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ໃໝ່, ນຳ​ກ່ຳ​ປັ່ນ​ສູ້​ຮົບ​ມຸ່ງໜ້າ​ສູ່ ອີ​ຣານ

ວັນທີ 23 ມັງກອນ, ອຳນາດການປົກຄອງ ອາເມລິກາ ໄດ້ປະກາດໃຊ້ຄຳສັ່ງລົງໂທດໃໝ່ກ່ຽວຂ້ອງເຖິງ ອີຣານ, ໂດຍແນໃສ່ກ່ຳປັ່ນຂົນສົ່ງນ້ຳມັນ 9 ລຳ ແລະ 8 ອົງການຈັດຕັ້ງ.

Top