• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ປະ​ທານ ມາ​ລີ ພາຍ​ໃຕ້ ການ​ເປັນ​ປະ​ທານ​ຂອງ ຫວຽດ​ນາມ

ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ແບ່ງປັນຄວາມວິຕົກກັງວົນກັບ ທ່ານເລຂາທິການໃຫຍ່ ສປຊ ແລະ ບັນດາປະເທດກ່ຽວກັບສະພາບ ຄວາມໝັ້ນຄົງ ຢູ່ ປະເທດມາລີ, ກ່າວປະນາມບັນດາການບຸກໂຈມຕີແນໃສ່ ສາມັນຊົນ, ບັນດາກຳລັງປ້ອງກັນຄວາມສະຫງົບ ຂອງ ມາລີ ແລະ MINUSMA.

ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເປັນປະທານວາລະປະຊຸມຂອງສະພາຄວາມໝັ້ນຄົງ ສປຊ

ວັນທີ 15 ມັງກອນ, ຕາມເວລາ ອາເມລິກາ, ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເປັນປະທານວາລະປະຊຸມຂອງສະພາຄວາມໝັ້ນຄົງ ສປຊ ເພື່ອຮັບຟັງ ບົດລາຍງານຂອງ ທ່ານເລຂາທິການໃຫຍ່ ສປຊ ກ່ຽວກັບສະພາບການດ້ານການເມືອງ, ຄວາມໝັ້ນຄົງ ຂອງ ປະເທດມາລີ, ການເຄື່ອນໄຫວຂອງ ຄະນະປະຕິບັດງານ ສປຊ ເພື່ອແນໃສ່ຮັກສາຄວາມສະຖຽນລະພາບ ຂອງສະພາບການ ຢູ່ ປະເທດມາລີ (MINUSMA) ແລະ ປຶກສາຫາລືກ່ຽວກັບແຜນການເຄື່ອນໄຫວຂອງ MINUSMA ໃນໄລຍະຈະມາເຖິງ.

ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ແບ່ງປັນຄວາມວິຕົກກັງວົນກັບ ທ່ານເລຂາທິການໃຫຍ່ ສປຊ ແລະ ບັນດາປະເທດກ່ຽວກັບສະພາບ ຄວາມໝັ້ນຄົງ ຢູ່ ປະເທດມາລີ, ກ່າວປະນາມບັນດາການບຸກໂຈມຕີແນໃສ່ ສາມັນຊົນ, ບັນດາກຳລັງປ້ອງກັນຄວາມສະຫງົບ ຂອງ ມາລີ ແລະ MINUSMA. ທ່ານເນັ້ນໜັກເຖິງ ເລື່ອງປະຕິບັດຂໍ້ຕົກລົງ ອານເຊຣີ ຢ່າງຄົບຖ້ວນ ແມ່ນ ຈຳເປັນ ແລະ ສຳຄັນ ເພື່ອແນໃສ່ຮັກສາສັນຕິພາບ, ຄວາມໝັ້ນຄົງ ຢູ່ ມາລີ, ພ້ອມທັງຮຽກຮ້ອງໃຫ້ທຸກໆຝ່າຍທີ່ກ່ຽວຂ້ອງສືບຕໍ່ການເຈລະຈາເພື່ອແນໃສ່ປະຕິບັດຂໍ້ຕົກລົງ.

(ແຫຼ່ງຄັດຈາກ VOV)

ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຄັ້ງນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດພາຍຫຼັງໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII ເມື່ອຕົ້ນເດືອນ ມັງກອນ ຜ່ານມາ, ໄດ້ສະແດງໃຫ້ເຫັນລັກສະນະທີ່ມີຊີວິດຊີວາຂອງສາຍພົວພັນແບບພິເສດ ລາວ - ຫວຽດນາມ.

Top