• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ນຳ​ໃຊ້​​ກຳ​ລັງ​ແຮງ​ການ​ທະ​ຫານໃນ​ກົດ​ໝາຍ​ສາ​ກົນ ແລະ ສິດ​ປ້ອງ​ກັນ​ຕົວ​ອັນ​ຊອບ​ທຳ

ວັນທີ 24 ກຸມພາ, ສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນກອງປະຊຸມອອນລາຍ ຕາມຮູບການ Arria ເພື່ອປຶກສາຫາລືກ່ຽວກັບບັນຫານຳໃຊ້ກຳລັງແຮງການທະຫານໃນກົດໝາຍສາກົນ, ອົງການບໍ່ຂຶ້ນກັບລັດຖະບານ ແລະ ການປ້ອງກັນຕົວອັນຊອບທຳ ໂດຍ ເມັກຊີໂກ ເປັນປະທານ.
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບບັນດາກໍລະນີນຳໃຊ້ ຫຼື ນາບຂູ່ນຳໃຊ້ກຳລັງແຮງການທະຫານໃນການພົວພັນສາກົນ ໄປຝືນກັບກົດບັດ ສປຊ ແລະ ນາບຂູ່ເຖິງສັນຕິພາບ, ຄວາມໝັ້ນຄົງສາກົນ. ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ ບັນດາປະເທດມີພັນທະສ້າງສາຍພົວພັນມິດຕະພາບ, ສ້າງວັດທະນະທຳຖືກົດບັດ ສປຊ ແລະ ກົດໝາຍສາກົນ ເປັນສຳຄັນ, ປະຕິບັດຕາມບັນດາຫຼັກການກ່ຽວກັບອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ກຳລັງແຮງການທະຫານ ແລະ ຕ້ອງແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ. ສະພາຄວາມໝັ້ນຄົງ, ສປຊ ຄວນປະຕິບັດກົດໝາຍສາກົນ ແລະ ເພີ່ມທະວີບົດບາດຂອງກົດໝາຍສາກົນ, ກົດບັດ ສປຊ.

        ໃນວັນດຽວກັນ, ສະພາຄວາມໝັ້ນຄົງ ສປຊ ກໍໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບສະພາບການໃຊ້ກຳລັງແຮງການທະຫານທີ່ເກີດຂຶ້ນຢ່າງລຽນຕິດຢູ່ ສາທາລະນະລັດ ອາຟະລິກາກາງ.

(ແຫຼ່ງຄັດຈາກ VOV)

UNESCO ອະນຸມັດຜ່ານການດັດປັບເຂດແດນມໍລະດົກໂລກລວມມີ 2 ປ່າສະຫງວນແຫ່ງຊາດ ຫວຽດນາມ ແລະ ລາວ

UNESCO ອະນຸມັດຜ່ານການດັດປັບເຂດແດນມໍລະດົກໂລກລວມມີ 2 ປ່າສະຫງວນແຫ່ງຊາດ ຫວຽດນາມ ແລະ ລາວ

ເລື່ອງປ່າສະຫງວນແຫ່ງຊາດ 2 ແຫ່ງດັ່ງກ່າວໄດ້ຮັບການຮັບຮອງຈາກ UNESCO ຈະເປັນແບບຢ່າງໃຫ້ແກ່ການຄຸ້ມຄອງມໍລະດົກໂລກແບບຮ່ວມຊາຍແດນ

Top