• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ແຫ່ງ​ຊາດ​ວາງຄາດ​ໝາຍ​ການ​ເຕີບ​ໂຕ GDP ໃນ​ປີ 2024 ແມ່ນ 6 – 6,5%

ເພື່ອບັນລຸໄດ້ຄາດໝາຍດັ່ງກ່າວ, ສະພາແຫ່ງຊາດ ໄດ້ສະເໜີລັດຖະບານ ໃຫ້ບຸລິມະສິດຊຸກຍູ້ການເຕີບໂຕດ້ານເສດຖະກິດ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້…
ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຊຸດທີ XV (ພາບ: quochoi.vn)

ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຊຸດທີ XV, ຕອນບ່າຍວັນທີ 9 ພະຈິກ, ສະພາແຫ່ງຊາດໄດ້ລົງປະຊາມະຕິຮັບຮອງເອົາມະຕິວ່າດ້ວຍແຜນການພັດທະນາ ເສດຖະກິດ - ສັງຄົມ ປີ 2024 ດ້ວຍບັດເຫັນດີ ກ່ວາ 90%.

ຕາມນັ້ນແລ້ວ, ສະພາແຫ່ງຊາດ ໄດ້ກຳນົດຄາດໝາຍການເຕີບໂຕ GDP ໃນປີ 2024 ແມ່ນ 6 – 6,5%, ກໍ່ຕາມມະຕິ, ການເຕີບໂຕຂົງເຂດອຸດສາຫະກຳປຸງແຕ່ງ, ຜະລິດເຄື່ອງຈັກເຄື່ອງອາໄລ່ໃນ GDP ແລະ ຄວາມໄວໃນການເຕີບໂຕສະມັດຕະພາບແຮງງານໃນປີ 2024 ຕາມລຳດັບແມ່ນ 24% ແລະ 4,8 – 5,3%. ເພື່ອບັນລຸໄດ້ຄາດໝາຍດັ່ງກ່າວ, ສະພາແຫ່ງຊາດ ໄດ້ສະເໜີລັດຖະບານ ໃຫ້ບຸລິມະສິດຊຸກຍູ້ການເຕີບໂຕດ້ານເສດຖະກິດ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້… ສືບຕໍ່ສູ້ຊົນຫຼຸດຜ່ອນອັດຕາດອກເບ້ຍ ແລະ ຫັນການປະຕິບັດລະບຽບການບໍລິຫານເປັນງ່າຍດາຍ ເພື່ອເພີ່ມທະວີຄວາມສາມາດໃນການເຂົ້າເຖິງ ແລະ ນຳໃຊ້ສິນເຊື່ອ.

(ແຫຼ່ງຄັດຈາກ VOV)

UNESCO ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ພາບ​ພື້ນ​ເມືອງ ດົງ​ໂຮ່​ແມ່ນ​ມໍ​ລະ​ດົກ​ໂລກ

UNESCO ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ພາບ​ພື້ນ​ເມືອງ ດົງ​ໂຮ່​ແມ່ນ​ມໍ​ລະ​ດົກ​ໂລກ

ຕາມສົນທິສັນຍາປົກປ້ອງມໍລະດົກວັດທະນະທຳບໍ່ເປັນວັດຖຸ ປີ 2003 ແລ້ວ, UNESCO ຈະຈັກແບ່ງເປັນ 3 ບັນຊີລາຍ, ສື່ສາກົນ ເພື່ອແນໃສ່ຍົກໃຫ້ເຫັນຢ່າງຈະແຈ້ງ ແລະ ຊຸກຍູ້ຄວາມເປັນຫຼາຍຮູບຫຼາຍແບບຂອງມໍລະດົກທີ່ມີຊີວິດໃນທົ່ວໂລກ.

Top