ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອທັງໝົດກວ່າ 34,2 ລ້ານຄົນ, ໃນນັ້ນມີຫຼາຍກວ່າ 613.000 ຄົນ ເສຍຊີວິດ.
ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ສະພາບການໂລກລະບາດຢູ່ ລາວ ພວມມີການຜັນປ່ຽນຢ່າງຕັ້ງໜ້າ ພາຍຫຼັງທີ່ໄດ້ປະຕິບັດມາດຕະການປິດເມືອງເປັນເວລາເກືອບ 2 ເດືອນ. ຕອນບ່າຍວັນທີ 10 ມີຖຸນາ ລາວ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 04 ຄົນ ມາຮອດປັດຈຸບັນ, ລາວ ໄດ້ຢັ້ງຢືນມີຜູ້ຕິດເຊື້ອສະສົມທັງໝົດເກືອບ 2000 ຄົນ, ໃນນັ້ນ ມີ 3 ຄົນເສຍຊີວິດ. ໃນຂະນະນັ້ນ, ຈຳນວນຜູ້ຕິດເຊື້ອຢູ່ ກຳປູເຈຍ ພວມມີທ່າອ່ຽງເພີ່ມຂຶ້ນ.
ສະເພາະຢູ່ ຫວຽດນາມ, ໃນວັນທີ 10 ມີຖຸນາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 219 ຄົນ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອຢູ່ຫວຽດນາມ ສະສົມທັງໝົດ 9.794 ຄົນ, ໃນນັ້ນ ມີ 3.636 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ 55 ຄົນ ເສຍຊີວິດ.
ກ່ຽວກັບການພັດທະນາວັກຊິນກັນພະຍາດໂຄວິດ - 19, ສະຫະພັນການຢາ Pfizer (ອາເມລິກາ) ແລະ BioNTech (ເຢຍລະມັນ) ໄດ້ແຈ້ງໃຫ້ຊາບວ່າ ເລີ່ມປະຕິບັດການທົດລອງປະສິດທິພາບຂອງວັກຊິນກັນພະຍາດໂຄວິດ - 19 ສຳລັບເດັກທີ່ມີອາຍຸ ແຕ່ 12 ປີ ລົງມາ.
(ແຫຼ່ງຄັດຈາກ VOV)