ຂ່າວສານ

ສະ​ພາບ​ການ​ໂລ​ກ​ລະ​ບາດ​ໂຄວິດ - 19 ໃນ​ທົ່ວ​ໂລກ​ໃນ​ວັນ​ທີ 10 ມີຖຸ​ນາ

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ນັບແຕ່ເວລາ 1 ໂມງຂອງວັນທີ 9 ມີຖຸນາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດກວ່າ 175 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 3,77 ລ້ານ ຄົນເສຍຊີວິດ. 

ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອທັງໝົດກວ່າ 34,2 ລ້ານຄົນ, ໃນນັ້ນມີຫຼາຍກວ່າ 613.000 ຄົນ ເສຍຊີວິດ.

        ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ສະພາບການໂລກລະບາດຢູ່ ລາວ ພວມມີການຜັນປ່ຽນຢ່າງຕັ້ງໜ້າ ພາຍຫຼັງທີ່ໄດ້ປະຕິບັດມາດຕະການປິດເມືອງເປັນເວລາເກືອບ 2 ເດືອນ. ຕອນບ່າຍວັນທີ 10 ມີຖຸນາ ລາວ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 04 ຄົນ ມາຮອດປັດຈຸບັນ, ລາວ ໄດ້ຢັ້ງຢືນມີຜູ້ຕິດເຊື້ອສະສົມທັງໝົດເກືອບ 2000 ຄົນ, ໃນນັ້ນ ມີ 3 ຄົນເສຍຊີວິດ. ໃນຂະນະນັ້ນ, ຈຳນວນຜູ້ຕິດເຊື້ອຢູ່ ກຳປູເຈຍ ພວມມີທ່າອ່ຽງເພີ່ມຂຶ້ນ.

ສະເພາະຢູ່ ຫວຽດນາມ, ໃນວັນທີ 10 ມີຖຸນາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 219 ຄົນ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອຢູ່ຫວຽດນາມ ສະສົມທັງໝົດ 9.794 ຄົນ, ໃນນັ້ນ ມີ 3.636 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ 55 ຄົນ ເສຍຊີວິດ.

       ກ່ຽວກັບການພັດທະນາວັກຊິນກັນພະຍາດໂຄວິດ - 19, ສະຫະພັນການຢາ Pfizer (ອາເມລິກາ) ແລະ BioNTech (ເຢຍລະມັນ) ໄດ້ແຈ້ງໃຫ້ຊາບວ່າ ເລີ່ມປະຕິບັດການທົດລອງປະສິດທິພາບຂອງວັກຊິນກັນພະຍາດໂຄວິດ - 19 ສຳລັບເດັກທີ່ມີອາຍຸ ແຕ່ 12 ປີ ລົງມາ.

(ແຫຼ່ງຄັດຈາກ VOV)


top