• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ໃນ​ທົ່​ວ​ໂລກ

ຕາມຕົວເລກສະຖິຕິຂອງເວັບໄຊ worlddometers.info, ອັບເດດຮອດເວລາ 6 ໂມງຕອນເຊົ້າວັນທີ 1 ພຶດສະພາ (ຕາມເວລາຫວຽດນາມ), ທົ່ວໂລກມີຈຳນວນຜູ້ຕິດເຊື້ອໄວຣັດ SARS – CoV – 2 ກ່ວາ 6.260.000 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດກ່ວາ 373.600 ຄົນ. 

ພາບປະກອບ: TTXVN

ຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດສືບຕໍ່ມີທ່າອ່ຽງຫຼຸດລົງໃນທົ່ວໂລກ, ແຕ່ຄວາມສ່ຽງໂລກລະບາດແຜ່ລະບາດອອກສູ່ວົງກ້ວາງຄັ້ງທີ 2 ພວມນັບມື້ນັບສູງຂຶ້ນ ເມື່ອບັນດາປະເທດພວມຜ່ອຍຜັນບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ ແລະ ຟື້ນຟູບັນດາການເຄື່ອນໄຫວດ້ານເສດຖະກິດ - ສັງຄົມເທື່ອລະກ້າວ. ປັດຈຸບັນ, ໂລກລະບາດໄດ້ເກີດຂຶ້ນ ແລະ ແຜ່ລະບາດອອກສູ່ 213 ປະເທດ ແລະ ເຂດແຄ້ວນໃນໂລກ

ອາເມລິກາຍັງແມ່ນປະເທດມີຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍທີ່ສຸດໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອ ທັງໝົດກ່ວາ 1.800.000 ຄົນ ແລະ ຜູ້ເສຍຊີວິດ ກ່ວາ 106.000 ຄົນ. ຖັດຈາກນັ້ນແມ່ນປະເທດ ບຣາຊິນ, ລັດເຊຍ, ອັງກິດ, ແອັດສະປາຍ ແລະ ອີຕາລີ.

ແລະກໍ່ໃນວັນດຽວກັນ, ຄະນະຊີ້ນຳແຫ່ງຊາດການປ້ອງກັນ, ສະກັດກັ້ນໂລກະລະບາດ Covid – 19 ໃຫ້ຮູ້ວ່າ ຫວຽດນາມບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນເປັນເວລາ 46 ວັນ ຜ່ານມາ. ປັດຈຸບັນ ມີ ຄົນເຈັບ 279 ຄົນໃນຈຳນວນ 328 ຄົນຕິດເຊື້ອພະຍາດ Covid – 19 ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ. ໃນນັ້ນ ຜູ້ຕິດເຊື້ອພະຍາດ 49 ຄົນທີ່ຍັງເຫຼືອພວມໄດ້ຮັບການປິ່ນປົວຢູ່ໂຮງໝໍ 8 ແຫ່ງ ໃນສະພາບອາການສຸຂະພາບທີ່ເປັນປົກກະຕິໂດຍພື້ນຖານ.

 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top