• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 709.300 ຄົນ ແລະ ມີຜູ້ເສຍຊີວິດຕື່ມອີກຫຼາຍກ່ວາ 9.880 ຄົນ.
ພາບ: ກະຊວງສາທາລະນະສຸກ ຫວຽດນາມ

ຕອນຄ່ຳວັນທີ 28 ສິງຫາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ນັບແຕ່ເວລາ 18 ໂມງຂອງວັນທີ 27 ສິງຫາ ຫາ ເວລາ 18 ໂມງຂອງວັນທີ 28 ສິງຫາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19ໃໝ່ຕື່ມອີກ 12.103 ຄົນ, ໃນນັ້ນມີ 12.097 ຄົນ ຕິດເຊື້ອພາຍໃນປະເທດ. ແລະ ກໍ່ໃນວັນທີ 28 ສິງຫາ, ຫວຽດນາມ ມີ12.375 ຄົນໄດ້ຮັບການປິ່ນປົວຫາຍດີ ແລະ ມີ352 ຄົນເສຍຊີວິດ.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງຂອງວັນທີ 28 ສິງຫາ (ຕາມເວລາ ຫວຽດນາມ), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 216,16 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 4,49 ລ້ານຄົນ. ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 709.300 ຄົນ ແລະ ມີຜູ້ເສຍຊີວິດຕື່ມອີກຫຼາຍກ່ວາ 9.880 ຄົນ. ໃນນັ້ນ, ອາເມລິກາມີຜູ້ຕິດເຊື້ອໃໝ່ຫຼາຍທີ່ສຸດ ແມ່ນຫຼາຍກ່ວາ 189.100 ຄົນ, ຖັດຈາກນັ້ນແມ່ນ ອິນເດຍ, ອັງກິດ, ອີຣານ, ບຣາຊິນ…

ກ່ຽວກັບບັນຫາແບ່ງປັນວັກຊິນໃນທົ່ວໂລກ, ກຸ່ມບັນດານັກວາງແຜນກຳນົດນະໂຍບາຍ ທີ່ມີໜ້າທີ່ຮັບມືກັບວິກິດການໂລກລະບາດໂຄວິດ - 19 ໄດ້ຮຽກຮ້ອງໃຫ້ບັນດາປະເທດທີ່ມີແຫຼ່ງ ວັກຊິນສຳຮອງໃຫຍ່ ຄວນແບ່ງປັນ “ວັກຊິນໃຫ້ມີປະສິດທິຜົນ” ໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ກັບບັນດາໂຄງການແຈກຢາຍໄປຍັງບັນດາປະເທດທີ່ມີລາຍຮັບຕ່ຳກ່ວາ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top