• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ ໃນ​ວັນ​ທີ 6 ຕຸ​ລາ

ໄລ່ຮອດເວລາ 6 ໂມງເຊົ້າຂອງວັນທີ 6 ຕຸລາ, ຫວຽດນາມ ຢັ້ງຢືນບໍ່ກວດພົບກໍລະນີຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ ແລະ ຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນ 1097 ຄົນ. ຕາມນັ້ນແລ້ວ, ໄລ່ຮອດປັດຈຸບັນ ເປັນມື້ທີ 34 ຢ່າງລຽນຕິດ ຫວຽດນາມ ບໍ່ກວດພົບກໍລະນີຕິດເຊື້ອໃນຊຸມຊົນ. ປັດຈຸບັນ, ຫວຽດນາມ ໄດ້ປິ່ນປົວຜູ້ຕິດເຊື້ອຫາຍດີ ຈຳນວນ 1022 ຄົນ ແລ້ວ ແລະ ມີ 35 ຄົນ ເສຍຊີວິດ.

ຮັບປະກັນຄວາມປອດໄພໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ດ່ານຊາຍແດນ (ພາບ:TTXVN)

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 6 ຕຸລາ ຕາມເວລາ UTC, ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອທັງໝົດ 35.692.668, ໃນນັ້ນ ມີຜູ້ເສຍຊີວິດກວ່າ 1 ລ້ານຄົນ. ພາຍໃນ 24 ຊົ່ວໂມງທີ່ຜ່ານມາ, ອິນເດຍ ໄດ້ຢັ້ງຢືນມີຈຳນວນຜູ້ຕິດເຊື້ອໃໝ່ຫຼາຍທີ່ສຸດໃນໂລກ ດ້ວຍຈຳນວນ 59.893 ຄົນ, ຖັດມາແມ່ນ ອາເມລິກາ ແລະ ບຣາຊີນ. ປັດຈຸບັນ, ອາເມລິກາ ຍັງຄົງແມ່ນປະເທດມີຈຳນວນຜູ້ຕິດເຊື້ອໂຄວິດ - 19 ຫຼາຍທີ່ສຸດໃນໂລກ.

  ຢູ່ທະວີບ ອາຊີ, ສອງຈຸດໃຈກາງຂອງໂລກລະບາດ ແມ່ນ ອິນໂດເນເຊຍ ແລະ ຟີລິບປິນ ເຊິ່ງສືບຕໍ່ຢັ້ງຢືນຈຳນວນຜູ້ຕິດເຊື້ອໃໝ່  ແມ່ນ 3.622 ຄົນ ແລະ 2.291 ຄົນ ຕາມລຳດັບ.

ຢູ່ ອາເມລິກາໃຕ້, ອາກຊັງຕິນ ສືບຕໍ່ເຫັນປະຈັກຕາການແຜ່ລະບາດຢ່າງແຮງ ດ້ວຍຈຳນວນຜູ້ຕິດເຊື້ອໃໝ່ໃນເວລາ 24 ຊົ່ວໂມງຜ່ານມາແມ່ນ 11.242 ຄົນ. ຢູ່ ພາກພື້ນ ຕາເວັນອອກກາງ, ໂລກລະບາດໂຄວິດ - 19 ສືບຕໍ່ແຜ່ລາມຢ່າງແຮງຢູ່ ອິດສະຣາແອັນ, ອີຣານ ແລະ ອີຣັກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ແມ່ນ​ພື້​ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ດ້ວຍ​ຕະຫຼາດ​ພາຍ​ໃນ​ທີ່ກວ້າງ​ໃຫຍ່

ຫວຽດ​ນາມ​ແມ່ນ​ພື້​ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ດ້ວຍ​ຕະຫຼາດ​ພາຍ​ໃນ​ທີ່ກວ້າງ​ໃຫຍ່

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮ່ວາບິ່ງແຈ້ງໃຫ້ຊາບແຜນນະໂຍບາຍໃຫຍ່ຂອງຫວຽດນາມ ໃນການສ້າງສອງສູນການເງິນຢູ່ນະຄອນ ໂຮ່ຈີມິນ ແລະ ດ່ານັ້ງ.

Top