• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການໂລກ​ລະ​ບາດ​ Covid – 19 ຢູ່​ຫວຽດ​ນາມ ແລະ ໂລກ

ຕາມຕົວເລກທີ່ໄດ້ອັບເດັດໃນເວັບໄຊ Worldometers ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 13 ສິງຫາ (ຕາມເວລາ UTC), ຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໃນທົ່ວໂລກ ແມ່ນ 20.768.722 ຄົນ, ໃນນັ້ນມີ 751.227 ຄົນເສຍຊີວິດ.

ພາບປະກອບ: AP

ຈຳນວນຜູ້ຕິດເຊື້ອໄດ້ ການປິ່ນປົວຫາຍດີເປັນປົກກະຕິແມ່ນ 13.679.044 ຄົນ. ໂລກລະບາດໄດ້ກໍ່ຜົນສະທ້ອນເຖິງ 213 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ.

        ລາຍຊື່ 5 ປະເທດຢູ່ແຖວໜ້າຕາຕະລາງສະຖິຕິໂລກລະບາດ Covid – 19 ລວມມີ: ອາເມລິກາ, ບຣາຊິນ, ອິນເດຍ, ລັດເຊຍ ແລະ ອາຟຼິກກາໃຕ້ ໃນນັ້ນອິນເດຍແມ່ນປະເທດມີຈຳນວນຜູ້ຕິດເຊື້ອໃນ 24 ຊົ່ວໂມງບັນລຸລະດັບສະຖິຕິ. ອັດຕາການຕິດເຊື້ອໃນທົ່ວໂລກບໍ່ມີສັນຍານຫຼຸດລົງ. ໃນໂລກ, ນັບທັງບັນດາປະເທດປະສົບຜົນສຳເລັດໃນໄລຍະທຳອິດ ປັດຈຸບັນກໍ່ພວມຮັບມືກັບການແຜ່ລະບາດຮອບທີ 2 ແລະ ທີ 3 . ໃນສະພາບການໂລກລະບາດພວມມີການຜັນແປຢ່າງສັບສົນນັ້ນ, ຫຼາຍປະເທດພວມແຂ່ງຂັນກັນຜະລິດວັກຊີນປ້ອງກັນ, ຕ້ານເຊື້ອພະຍາດ Covid – 19.

        ແລະໃນວັນດຽວກັນ,  ທ່ານ ຫງວຽນເຈື່ອງເຊີນ ຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ, ຫົວໜ້າພາກສ່ວນປະຈຳພິເສດໃນການຕ້ານໂລກລະບາດ Covid – 19 ຂອງກະຊວງສາທາລະນະສຸກຢູ່ດ່ານັ້ງ ໄດ້ແຈ້ງໃຫ້ຊາບກ່ຽວກັບກໍລະນີເສຍຊີວິດຄົນທີ 19ວ່າ ແມ່ນ ຜູ້ຕິດເຊື້ອພະຍາດ Covid - 19 ຄົນທີ 485, ເພດຍິງ, ມີອາຍຸ 52 ປີ, ຢູ່ ດ່ານັ້ງ. ແລະ ໃນຂະນະນັ້ນ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃຫ້ຮູ້ວ່າ ຫວຽດນາມມີຜູ້ຕິດເຊື້ອພະຍາດ Covid – 19 ເພີ່ມອີກ 2 ຄົນ ຢູ່ແຂວງກ໋ວາງນາມ 1 ຄົນ ແລະ ຢູ່ແຂວງ ບາກລຽວ 1 ຄົນ, ທັງສອງໄດ້ຮັບການແຍກຕົວໃນທັນທີພາຍຫຼັງເຂົ້າເມືອງ.

        ດັ່ງນັ້ນ, ໄລ່ຮອດເວລາ 6 ໂມງຂອງວັນທີ 13 ສິງຫາ: ຫວຽດນາມມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 883 ຄົນ, ໃນນັ້ນປິ່ນປົວຫາຍດີ 409 ຄົນ, ເສຍຊີວິດ18 ຄົນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top