• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ ອວຍ​ພອນ​ວັນ​ຊາດ​ລາວ

ທ່ານເອກອັກຄະລັດຖະທູດ ຕະວັນໂທງ ໄດ້ຢັ້ງຢືນການພົວພັນສະໜິດສະໜົມລະຫວ່າງສອງສະຖານທູດ ຫວຽດນາມ - ລາວ ປະຈຳ ອິນໂດເນເຊຍ ໃນຫຼາຍປີມານີ້, ທ່ານສະແດງຄວາມປາດຖະໜາຢາກການພົວພັນສອງປະເທດ ແລະ ພິເສດແມ່ນສອງສະຖານທູດ ສືບຕໍ່ໄດ້ຮັບການປັບປຸງ ແລະ ເພີ່ມທະວີໃນໄລຍະຈະມາເຖິງ.
ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ອວຍພອນ ສະຖານທູດ ລາວ ປະຈຳ ອິນໂດເນເຊຍ ເນື່ອງໃນໂອກາດ ວັນຊາດລາວ (ພາບ: VOV)
ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນຊາດ ສປປ.ລາວ (2/12/1975 – 2/12/2024), ຕອນບ່າຍວັນທີ 3 ທັນວາ, ຢູ່ນະຄອນຫຼວງ ຈາກາຕາ, ປະເທດອິນໂດເນເຊຍ, ຄະນະຜູ້ແທນສະຖານທູດ ແລະ ບັນດາອົງການຕາງໜ້າຫວຽດນາມ ປະຈຳ ອິນໂດເນເຊຍ ໂດຍທ່ານເອກອັກຄະລັດຖະທູດ ຫວຽດນາມ ຕະວັນໂທງ ນຳໜ້າ ໄດ້ມາອວຍພອນສະຖານທູດ ລາວ. ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຕະວັນໂທງ ໄດ້ຢັ້ງຢືນການພົວພັນສະໜິດສະໜົມລະຫວ່າງສອງສະຖານທູດ ຫວຽດນາມ - ລາວ ປະຈຳ ອິນໂດເນເຊຍ ໃນຫຼາຍປີມານີ້, ທ່ານສະແດງຄວາມປາດຖະໜາຢາກການພົວພັນສອງປະເທດ ແລະ ພິເສດແມ່ນສອງສະຖານທູດ ສືບຕໍ່ໄດ້ຮັບການປັບປຸງ ແລະ ເພີ່ມທະວີໃນໄລຍະຈະມາເຖິງ. ສ່ວນທ່ານເອກອັກຄະລັດຖະທູດ ລາວ ປະຈຳອິນໂດເນເຊຍ ຄຳເຟື້ອງ ພັນທະໄຊ ສະແດງຄວາມຍິນດີທີ່ໄດ້ຕ້ອນຮັບຄະນະຜູ້ແທນສະຖານທູດ ແລະ ບັນດາອົງການຕາງໜ້າຫວຽດນາມ. ທ່ານປາດຖະໜາ ສອງສະຖານທູດ ຍາມໃດກໍ່ຮັກສາການພົວພັນທີ່ສະໜິດສະໜົມ, ພ້ອມກັນຊ່ວຍເຫຼືອເຊິ່ງກັນແລະກັນ ໃນບັນດາການເຄື່ອນໄຫວທາງການທູດ, ພ້ອມກັນສະເຫຼີມສະຫຼອງບັນດາວັນບຸນໃຫຍ່ຂອງກັນຜ່ານບັນດາການເຄື່ອນໄຫວພົບປະແລກປ່ຽນກິລາ, ວັດທະນະທຳ.

(ແຫຼ່ງຄັດຈາກ VOV)

ທ່ານ Trump ນາບຂູ່ຈັດວາງພາສີສຳລັບບັນດາປະເທດທີ່ບໍ່ສະໜັບສະໜູນເປົ້າໝາຍ ອາເມລິກາ ຄວບຄຸມ Greenland

ທ່ານ Trump ນາບຂູ່ຈັດວາງພາສີສຳລັບບັນດາປະເທດທີ່ບໍ່ສະໜັບສະໜູນເປົ້າໝາຍ ອາເມລິກາ ຄວບຄຸມ Greenland

ທ່ານປະທານາທິບໍດີ Donald Trump ບໍ່ແຈ້ງລາຍລະອຽດປະເທດໃດທີ່ຈະກາຍເປັນເປົ້າໝາຍ, ແຕ່ປະຈຸບັນ ບັນດາປະເທດ ເອີລົບ ພວມຄັດຄ້ານແນວຄິດຂອງທ່ານ Donald Trump.

Top