• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະໜາມບິນ ໜອງຄ້າງ ໂດຍ ຫວຽດນາມ ໃຫ້ການຊ່ວຍເຫຼືອ ແລະ ກໍ່ສ້າງຢູ່ ລາວ ຈະຖືກຍົກລະດັບເປັນສະໜາມບິນສາກົນ

ລັດຖະບານ ລາວ ເຊື່ອໝັ້ນວ່າ: ເລື່ອງເປີດກ້ວາງສະໜາມບິນເພື່ອຮັບໃຊ້ບັນດາຖ້ຽວບິນສາກົນ ຈະນຳມາເຊິ່ງຜົນປະໂຫຍດໃຫຍ່ຫຼວງໃຫ້ແຂວງ ຍ້ອນວ່າບໍ່ພຽງແຕ່ສ້າງເງື່ອນໄຂໃຫ້ແຂກທ່ອງທ່ຽວຕ່າງປະເທດເທົ່ານັ້ນ, ຫາກຍັງສຳລັບບັນດານັກລົງທຶນພວມພິຈາລະນາສ້າງຕັ້ງກິດຈະກຳເຄື່ອນໄຫວຢູ່ ຫົວພັນ ສາມາດຊົມໃຊ້ສາຍການບິນໄປຍັງແຂວງໂດຍກົງ.
ພາບປະກອບ

ໜັງສືພິມ Vientiane Times ສະບັບອອກວັນທີ 2 ມັງກອນ, ໄດ້ໃຫ້ຂ່າວວ່າ ລັດຖະບານ ລາວ ໄດ້ເຫັນດີເຫັນພ້ອມກັບຂໍ້ສະເໜີຍົກລະດັບສະໜາມບິນ ໜອງຄ້າງ ໂດຍ ຫວຽດນາມ ໃຫ້ການຊ່ວຍເຫຼືອ ແລະ ກໍ່ສ້າງ ຢູ່ແຂວງ ຫົວພັນ, ສປປ ລາວ ກາຍເປັນສະໜາມບິນສາກົນ. ເມື່ອແບ່ງປັນກັບສື່ມວນຊົນຢູ່ນອກກອງປະຊຸມເປີດກ້ວາງຂອງລັດຖະບານ ລາວ ຈັດຂຶ້ນໃນທ້າຍເດືອນ ທັນວາ ຜ່ານມາ, ທ່ານ ຄຳແພງ ໄຊສົມແພງ, ເຈົ້າແຂວງແຂວງ ຫົວພັນ ໃຫ້ຮູ້ວ່າ: ລັດຖະບານ ລາວ ເຊື່ອໝັ້ນວ່າ: ເລື່ອງເປີດກ້ວາງສະໜາມບິນເພື່ອຮັບໃຊ້ບັນດາຖ້ຽວບິນສາກົນ ຈະນຳມາເຊິ່ງຜົນປະໂຫຍດໃຫຍ່ຫຼວງໃຫ້ແຂວງ ຍ້ອນວ່າບໍ່ພຽງແຕ່ສ້າງເງື່ອນໄຂໃຫ້ແຂກທ່ອງທ່ຽວຕ່າງປະເທດເທົ່ານັ້ນ, ຫາກຍັງສຳລັບບັນດານັກລົງທຶນພວມພິຈາລະນາສ້າງຕັ້ງກິດຈະກຳເຄື່ອນໄຫວຢູ່ ຫົວພັນ ສາມາດຊົມໃຊ້ສາຍການບິນໄປຍັງແຂວງໂດຍກົງ.

ໜັງສືພິມ Vientiane Times ໃຫ້ຂໍ້ສັງເກດ: ເລື່ອງສະໜາມບິນ ໜອງຄ້າງ ເຂົ້າສູ່ການເຄື່ອນໄຫວແມ່ນຂີດໝາຍສຳຄັນໃນການຮ່ວມມື ລາວ - ຫວຽດນາມ, ບໍ່ພຽງແຕ່ຕອບສະໜອງຄວາມລໍຄອຍຂອງປະຊາຊົນແຂວງ ຫົວພັນເທົ່ານັ້ນ, ຫາກຍັງນຳມາເຊິ່ງກາລະໂອກາດພັດທະນາຂອງແຂວງ ອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ສະ​ເໜີ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ຍຸ​ຕິ​ທຳ​ສອງ​ປະ​ເທດ​ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາ​ຍ​ມູນ​ເຊື້ອ​ອັນ​ດີ​ງາມ, ເພີ່ມ​ທະ​ວີ​ການ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ, ບົດ​ຮຽນ​ປະ​ສົບ​ການ​ປະ​ຕິ​ບັດ​ງານ.

Top