• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະໜອງວັດຖຸອຸປະກອນ, ຊຸດວິໄຈໃຫ້ແກ່ບັກນິງ ແລະ ບັກຢາງ

      ແຂວງ ບັກຢາງ, ບັກນິງ ຕ້ອງວິໄຈກັ່ນຕອງຢູ່ບັນດາເຂດທີ່ຍັງບໍ່ທັນປະຕິບັດການແຍກຫ່າງເພື່ອຕີລາຄາຢ່າງເປັນປະຈຳແນໃສ່ກວດຫາກໍລະນີຕິດເຊື້ອ ແລະ ແກ້ໄຂຢ່າງທັນການ.
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ
(ພາບ: VGP)
      ນັ້ນແມ່ນຄຳຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ທີ່ກອງປະຊຸມທາງອອນລາຍກັບການນຳແຂວງ ບັກນິງ ແລະ ບັກຢາງ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໃນຕອນບ່າຍວັນທີ 27 ພຶດສະພາ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ: ຕ້ອງເພີ່ມຄວາມໄວໃນການວິໄຈນັບທັງຢູ່ເຂດທີ່ຍັງບໍ່ທັນປະຕິບັດການແຍກຫ່າງ, ບັນດາທ້ອງຖິ່ນທີ່ຍັງບໍ່ທັນກວດພົບກໍລະນີຕິດໂລກລະບາດ, ຕ້ອງກັ່ນຕອງເພື່ອຫຼີກລ້ຽງສະພາບການທີ່ອາດຈະເກີດຂຶ້ນແບບບໍ່ຄາດຄິດ:
        “ໃນບໍລິເວນທົ່ວປະເທດ, ຢູ່ບັນດາເຂດອຸດສາຫະກຳຕ້ອງກວດກາຄືນ, ປະຕິບັດການຊີ້ນຳຂອງຄະນະຊີ້ນຳຢ່າງເຂັ້ມງວດ, ກວດກາຕີລາຄາຄວາມປອດໄພຢູ່ແຕ່ລະຮາກຖານຜະລິດ. ຂ້າພະເຈົ້າສະເໜີໃຫ້ບັນດາຄະນະຊີ້ນຳຢູ່ທຸກທ້ອງຖິ່ນຕ້ອງຍົກສູງສະຕິລະມັດລະວັງຢ່າງສູງທີ່ສຸດ, ບໍ່ໃຫ້ຄິດວ່າໂລກລະບາດເກີດພຽງແຕ່ຢູ່ເຂດອຸດສາຫະກຳແຕ່ຫາກບໍ່ມີໃນການເຄື່ອນໄຫວອື່ນໆ”.
        ໃນວັນທີ 27 ພຶດສະພາ, ຢູ່ແຂວງ ບັກນິງ ໄດ້ກວດພົບຫຼາຍກໍລະນີຕິດໂລກລະບາດໂຄວິດ-19 ໃໝ່ທີ່ກ່ຽວຂ້ອງເຖິງເຂດອຸດສາຫະກຳ. ໃນສະພາບໂລກລະບາດມີການຜັນແປຢ່າງສັບສົນຢູ່ບັນດາເຂດອຸດສາຫະກຳນັ້ນ, ພະແນກສາທາລະນະສຸກແຂວງ ບັກນິງ ໄດ້ສະເໜີໃຫ້ກະຊວງສາທາລະນະສຸກໜູນຊ່ວຍຊຸດວິໄຈໄວ 100.000 ຊຸດ. ຄຽງຂ້າງນັ້ນ, ສະເໜີໃຫ້ໂຮງໝໍພາງສະໜາມຂອງກອງທັບຍົກຈຳນວນຕຽງນອນຂຶ້ນ 500 ຕຽງເພື່ອກະກຽມໃຫ້ສະພາບການທີ່ອາດຈະເກີດຂຶ້ນໃໝ່.
        ສ່ວນຢູ່ແຂວງ ບັກຢາງ, ປະຈຸບັນຈຸດໃຈກາງທີ່ຮ້ອນເຮັ່ງທີ່ສຸດຍັງແມ່ນຢູ່ເມືອງ ຫວຽດອຽນ ເຊິ່ງແມ່ນເຂດມີຜູ້ອອກແຮງງານຫຼາຍຄົນອາໄສ. ປະຈຸບັນ, ບັນດາພະນັກງານ, ນັກສຶກສາອາສາສະໝັກຂະແໜງການແພດ ພວມສຸມໃສ່ເອົາຕົວຢ່າງມາວິໄຈໃຫ້ປະມານ 70.000 ຄົນ, ຈະມີຜົນການວິໄຈພາຍໃນເວລາ 24 ຊົ່ວໂມງ.
        ໃນໄລຍະຜ່ານມາ, ກະຊວງສາທາລະນະສຸກໄດ້ຈັດແບ່ງວັກຊິນກັນໂຄວິດ-19 ຄັ້ງທີ 1 ແລະ ຄັ້ງທີ 2 ໃຫ້ແກ່ບັນດາທ້ອງຖິ່ນ, ຫົວໜ່ວຍເພື່ອສັກໃຫ້ເປົ້າໝາຍບຸລິມະສິດ. ແຂວງ ບັກນິງ ໄດ້ຜັນຂະຫຍາຍການສັກວັກຊິນຖືກຕ້ອງຕາມຄວາມຄືບໜ້າ, ໃນນັ້ນມີເກືອບ 2.000 ຄົນໄດ້ສັກເຂັ້ມທີ 2 ແລ້ວ. ເລື່ອງຜັນຂະຫຍາຍການສັກວັກຊິນໃຫ້ກຳມະກອນໃນໂຮງຈັກ, ໂຮງງານ ແມ່ນເພື່ອສະກັດກັ້ນການຕິດແປດໃນຊຸມຊົນເຂົ້າເຂດອຸດສາຫະກຳ, ຄວບຄຸມກໍລະນີຕິດເຊື້ອພະຍາດຢູ່ໃນບັນດາວິສາຫະກິດເປັນເທື່ອລະກ້າວ.
        ຄາດວ່າ, ມີກຳມະກອນປະມານ 90.000 ຄົນຈະໄດ້ສັກວັກຊິນໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

UNESCO ອະນຸມັດຜ່ານການດັດປັບເຂດແດນມໍລະດົກໂລກລວມມີ 2 ປ່າສະຫງວນແຫ່ງຊາດ ຫວຽດນາມ ແລະ ລາວ

UNESCO ອະນຸມັດຜ່ານການດັດປັບເຂດແດນມໍລະດົກໂລກລວມມີ 2 ປ່າສະຫງວນແຫ່ງຊາດ ຫວຽດນາມ ແລະ ລາວ

ເລື່ອງປ່າສະຫງວນແຫ່ງຊາດ 2 ແຫ່ງດັ່ງກ່າວໄດ້ຮັບການຮັບຮອງຈາກ UNESCO ຈະເປັນແບບຢ່າງໃຫ້ແກ່ການຄຸ້ມຄອງມໍລະດົກໂລກແບບຮ່ວມຊາຍແດນ

Top