• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເໜີໃຫ້ ຟີລິບປິນ ໜູນຊ່ວຍພົນລະເມືອງ ຫວຽດນາມ ໄດ້ຮັບການກອບກູ້ຢູ່ Pampanga

ຕາມສະຖານທູດ ຫວຽດນາມ ປະຈຳ ຟິລິບປິນ ແລ້ວ, ວັນທີ 04 ພຶດສະພາ, ບັນດາກຳລັງທີ່ມີໜ້າທີ່ຂອງ ຟີລິບປິນ ໄດ້ກອບກູ້ຜູ້ອອກແຮງງານກວ່າ 1.000 ຄົນ, ໃນນັ້ນມີພົນລະເມືອງ ຫວຽດນາມ
  ກຳລັງທີ່ມີໜ້າທີ່ຂອງ ຟີລິບປິນ ໄດ້ກອບກູ້ຜູ້ອອກແຮງງານກວ່າ 1.000 ຄົນ (ພາບ: AFP)  

ວັນທີ 09 ພຶດສະພາ, ກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ, ກ່ຽວຂ້ອງເຖິງເຫດມີຜູ້ອອກແຮງງານກວ່າ 1.000 ຄົນຖືກບີບບັງຄັບ, ໃນນັ້ນມີພົນລະເມືອງ ຫວຽດນາມ, ໄດ້ຮັບການກອບກູ້ຢູ່ ຟີລິບປິນ, ກະຊວງການຕ່າງປະເທດ ຫວຽດນາມ ສະເໜີໃຫ້ສະຖານທູດ ຟີລິບປິນ ປະຈຳ ຫວຽດນາມ ແລະ ຝ່າຍ ຟີລິບປິນ ຈົ່ງໃຫ້ການໜູນຊ່ວຍ.

ຕາມສະຖານທູດ ຫວຽດນາມ ປະຈຳ ຟິລິບປິນ ແລ້ວ, ວັນທີ 04 ພຶດສະພາ, ບັນດາກຳລັງທີ່ມີໜ້າທີ່ຂອງ ຟີລິບປິນ ໄດ້ກອບກູ້ຜູ້ອອກແຮງງານກວ່າ 1.000 ຄົນ, ໃນນັ້ນມີພົນລະເມືອງ ຫວຽດນາມ, ຖືກບັງຄັບເຮັດວຽກໃນຮາກຖານໂດຍກຸ່ມບໍລິສັດ Clark Sun Valley Hub ເປັນເຈົ້າຂອງ, ຢູ່ Pampanga, ໃກ້ກັບນະຄອນຫຼວງ ມານີລາ. ບັນດາຜູ້ອອກແຮງງານດັ່ງກ່າວພວມອາໄສຢ່າງປອດໄພຢູ່ສະຖານທີ່ແຫ່ງໜຶ່ງໂດຍອົງການທີ່ມີໜ້າທີ່ຂອງ ຟີລິບປິນ ຈັດໃຫ້.

ພາຍຫຼັງໄດ້ຮັບຂ່າວ, ໃນວັນທີ 06 ແລະ 09 ພຶດສະພາ, ສະຖານທູດ ຫວຽດນາມ ປະຈຳ ຟີລິບປິນ ໄດ້ໄປຢື້ຢາມຖາມຂ່າວ, ດຳເນີນການສຳພາດ, ຂຶ້ນບັນຊີລາຍຊື່ ແລະ ເກັບຂໍ້ມູນກ່ຽວກັບພົນລະເມືອງ ຫວຽດນາມ. ສະຖານ ທູດ ຫວຽດນາມ ພວມສົມທົບກັບອົງການທີ່ມີໜ້າທີ່ປະຈຳຖິ່ນເພື່ອສ້າງແຜນການໜູນຊ່ວຍພົນລະເມືອງ ພາຍຫຼັງທີ່ຝ່າຍ ຟີລິບປິນ ອອກຂໍ້ສະຫຼຸບສຸດທ້າຍກ່ຽວກັບເຫດການດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອີ​ຢູ ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ

ຫວຽດ​ນາມ ແລະ ອີ​ຢູ ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ

ວັນທີ 24 ພະຈິກ, ຢູ່ສຳນັກງານອົງການພົວພັນຕ່າງປະເທດ ສະຫະພາບເອີຣົບ (EEAS) ຢູ່ ບຣຸກແຊັນ, ປະເທດ ແບນຊິກ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານນາງ Paola Pampaloni ຮັກສາການກົມໃຫຍ່ ອາຊີ - ປາຊີຟິກຂອງ EEAS ໄດ້ເປັນປະທານຮ່ວມວາລະປະຊຸມຄັ້ງທີ 6 ຄະນະກຳມະການປະສົມ ຫວຽດນາມ - ສະຫະພາບ ເອີຣົບ (EU) ແນໃສ່ຜັນຂະຫຍາຍສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - EU (PCA).

Top