• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເໜີປື້ມ “ລຸ່ງໂຮ່ຂຽນພິໄນກຳ” ດ້ວຍພາສາ Bengali ຢູ່ບັງກະລາເທດ

      ວັນທີ 13 ມິຖຸນາ, ສະຖານທູດຫວຽດນາມ ປະຈຳບັງກະລາເທດ ໄດ້ສົມທົບກັບສະມາຄົມມິດຕະພາບບັງກະລາເທດ - ຫວຽດນາມ, ຈັດພິທີສະເໜີປື້ມ “ລຸ່ງໂຮ່ຂຽນຄຳພິໄນກຳ” ທີ່ແປຈາກພາສາອັງກິດ ເປັນພາສາ Bengali ຂອງນັກປະພັນ ຫວູກີ, ໂດຍສຳນັກພິມຈຳໜ່າຍ ເທ໋ເຍີຍ ພິມຈຳໜ່າຍເມື່ອປີ 2013.
ສະເໜີປື້ມ ລຸ່ງໂຮ່ຂຽນພິໄນກຳດ້ວຍພາສາ Bengali ຢູ່ບັງກະລາເທດ 
(ພາບ: vietnamplus.vn)
      ກ່າວຄຳເຫັນທີ່ພິທີສະເໜີປື້ມຢູ່ສຳນັກງານສະຖານທູດຫວຽດນາມ ປະຈຳນະຄອນຫຼວງ Dhaka, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳບັງກະລາເທດ ເຈີນວັນຄວາ ເນັ້ນໜັກວ່າ, ນີ້ເປັນຄັ້ງທຳອິດມີປື້ມກ່ຽວກັບປະທານໂຮ່ຈິມິນ ເຊິ່ງໄດ້ແປເປັນພາສາ Bengali ແລະ ໄດ້ຈຳໜ່າຍເຖິງຜູ້ອ່ານ ບັງກະລາເທດ. ເຫດການນີ້ມີຄວາມໝາຍສຳຄັນໃນການແນະນຳ ແລະ ເຊີດຊູປະທານໂຮ່ຈິມິນ, ຊ່ວຍເພື່ອນມິດ ບັງກະລາເທດ ເຂົ້າໃຈໄດ້ຊີວິດ ແລະ ພາລະກິດຂອງເພີ່ນ, ພ້ອມທັງສ້າງກຳລັງແຜ່ລາມກ່ຽວກັບສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມເຖິງບັນດາເພື່ອນມິດ ບັງກະລາເທດ, ຜ່ານນັ້ນກໍ່ປັບປຸງ ແລະ ເພີ່ມທະວີນ້ຳໃຈສາມັກຄີມິດຕະພາບລະຫວ່າງ 2 ປະເທດກວ່າອີກ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top