• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເໜີຕົວສະພາທິດສະດີສູນກາງ ອາຍຸການ 2021 – 2026

      ຕອນເຊົ້າວັນທີ 12 ກັນຍາ, ພິທີສະເໜີຕົວສະພາທິດສະດີສູນກາງ ອາຍຸການ 2021 – 2026 ແລະ ກອງປະຊຸມທຳອິດຂອງສະພາດັ່ງກ່າວ ຖືກດຳເນີນຢູ່ສຳນັກງານຫ້ອງການສູນກາງພັກ. ສະພາທິດສະດີສູນກາງພັກ ສັງກັດ ກົມການເມືອງຊຸດທີ XIII, ອາຍຸການ 2021 – 2026. 
ພິທີ ສະເໜີຕົວສະພາທິດສະດີສູນກາງ ອາຍຸການ 2021 – 2026 (ພາບ: TTXVN)
      ສະມາຊິກສະພາ ອາຍຸການໃໝ່ລວມມີ 50 ທ່ານ, ໂດຍທ່ານ ຫງວຽນຊວັນຖັງ ກຳມະການກົມການເມືອງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ເປັນປະທານ. ໃນອາຍຸການນີ້, ສະພາທິດສະດີສູນກາງ ຈະສືບຕໍ່ຕິດຕາມຢ່າງໃກ້ຊິດຂໍ້ຕົກລົງຂອງກົມການເມືອງ ວ່າດ້ວຍພັນທະ, ໜ້າທີ່ຂອງສະພາ, ເນື້ອໃນຈິດໃຈຂອງເອກະສານສະບັບຕ່າງໆຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ເພື່ອມານພະຍາຍາມປະສິດສຳເລັດໜ້າທີ່ສຳຄັນຂອງຕົນໃຫ້ເປັນຢ່າງດີ.
            ກ່າວຄຳເຫັນຊີ້ນຳທີ່ພິທີ, ທ່ານ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາ ສູນກາງພັກ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງວຽກງານທິດສະດີ ໃນພາລະກິດປະຕິວັດຂອງພັກກອມມູນິດ ຫວຽດນາມ ແລະ ສະເໜີໃຫ້ສະພາທິດສະດີສູນກາງພັກ ໃນໄລຍະຈະມາເຖິງ ຈົ່ງສຸມໃສ່ການຄົ້ນຄວ້າບັນດາບັນຫາທິດສະດີທີ່ເປັນພື້ນຖານ, ທີ່ເປັນຫຼັກແຫຼ່ງແກ່ນສານໃນແນວທາງຍຸດທະສາດຂອງພັກ, ຂອງພາລະກິດແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງເຂົ້າກັບສາກົນ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ, ພ້ອມທັງດຳເນີນການສະຫຼຸບບັນດາບັນຫາສຳຄັນໃໝ່, ບັນດາບັນຫາທີ່ຈຳເປັນ ແລະ ຮີບດ່ວນທີ່ວາງອອກແກ່ສະພາບການຕົວຈິງຂອງການພັດທະນາປະເທດຊາດໃນສະພາບການໂລກລະບາດໂຄວິດ - 19.
(ແຫຼ່ງຄັດຈາກ VOV)

ບົດ​ຂ​ຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ: ແສງສະ​ຫວ່າງ ​ໂຮ່​ຈີ​ມິນ ເຍືອງ​ທາງ​ໃຫ້​ແກ່​ພວກ​ເຮົາ​ເດີນ

ບົດ​ຂ​ຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ: ແສງສະ​ຫວ່າງ ​ໂຮ່​ຈີ​ມິນ ເຍືອງ​ທາງ​ໃຫ້​ແກ່​ພວກ​ເຮົາ​ເດີນ

ໃນ​ບົດ​ຂຽນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ຮູ້​ວ່າ​ ວັນ​ທີ 19 ພຶດ​ສະ​ພາ 2026 ແມ່ນ​ວັນ​ສະ​ເຫຼີມ​ສະຫຼອງ 136 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ ​ໂຮ່​ຈີ​ມິນ ຜູ້​ຍິ່ງ​ໃຫຍ່​ໃນ​ຈຸດ​ເວ​ລາ​ທີ່​ມີ​ຄວາມ​ໝາຍ​ພິ​ເສດ.

Top