• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ລະຫວ່າງຫວຽດນາມ ແລະມາເລເຊຍ

ຕອນຄ່ຳວັນທີ 8 ກັນຍານີ້, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ - ມາເລເຊຍ ສົມທົບກັບສະຖານທູດມາເລເຊຍ ປະຈຳ ຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ຫວຽດນາມ - ມາເລເຊຍ (1973 - 2023. ).
ລາຍການສະແດງສິລະປະທີ່ພິທີສະເຫຼີມສະຫຼອງ

ກ່າວຄຳເຫັນນະທີ່ນີ້, ທ່ານປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດ ຫວູຫາຍຮ່າ ເນັ້ນໜັກວ່າ: 50 ປີຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ມາເລເຊຍ ໄດ້ພັດທະນາຢ່າງເລິກເຊິ່ງ ແລະ ກ້ວາງຂວາງ, ບັນລຸໄດ້ບັນດາໝາກຜົນອັນຕັ້ງໜ້າໃນຫຼາຍຂົງເຂດ; ການພົບປະແລກປ່ຽນ ລະດັບສູງ, ກົນໄກຮ່ວມມືໄດ້ຮັບການຮັກສາໄວ້ຢ່າງຄ່ອງຕົວ ແລະ ມີປະສິດທິຜົນ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເພີ່ມຂຶ້ນ. ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ທັງແມ່ນເສົາຄ້ຳ ແລະ ທັງແມ່ນກຳລັງໜູນຊຸກຍູ້ການພົວພັນລະຫວ່າງ 2 ປະເທດ. ທ່ານ ຫວູຫາຍຮ່າ ເນັ້ນໜັກວ່າ:

“ອາດຢືນຢັນໄດ້ວ່າ ການພົວພັນລະຫວ່າງ ຫວຽດນາມ ແລະ ມາເລເຊຍ ແມ່ນຮູບແບບສຳເລັດຜົນໂດຍອີງບົນພື້ນຖານຄວາມຈິງໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ລັກສະນະຂະຫຍັນຂັນເຄື່ອນ ແລະ ໝັ້ນຄົງໃນການຮ່ວມມືດ້ານເສດຖະກິດພ້ອມກັບຄວາມຈິງໃຈແລະຄວາມສະໜິດຕິດພັນລະຫວ່າງສອງຊາດ. ສ່ວນໜຶ່ງທີ່ສຳຄັນຂອງຜົນສຳເລັດດັ່ງກ່າວແມ່ນໄດ້ມາຈາກການປະກອບສ່ວນອັນສຳຄັນຂອງປະຊາຄົມວິສາຫະກິດ, ອົງການຈັດຕັ້ງມະຫາຊົນ, ສະມາຄົມ, ແລະ ປະຊາຊົນສອງປະເທດ.     

ສ່ວນທ່ານ Dato’ Tan Yang, ເອກອັກຄະລັດຖະທູດມາເລເຊຍ ປະຈຳ ຫວຽດນາມ ເນັ້ນໜັກວ່າ: 50 ປີຜ່ານມາ, ການພົວພັນມາເລເຊຍ - ຫວຽດນາມ ນັບມື້ນັບພັດທະນາຢ່າງແຮງໃນທຸກຂົງເຂດ, ເຊັ່ນ: ການເມືອງ, ເສດຖະກິດ, ວັດທະນະທຳສັງຄົມ ກໍຄືການຮ່ວມມື ແລະ ການແລກປ່ຽນປະຊາຊົນ. ທ່ານເອກອັກຄະລັດຖະທູດ Dato'Tan Yang ຫວັງວ່າ ການພົວພັນລະຫວ່າງສອງປະເທດຈະນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.

(ແຫຼ່ງຄັດຈາກ VOV)

ທ່ານ He Wei ​ເອກ​ອັກ​ຄະ​ລັດ​ຖະທູດ ຈີນ:ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິ​ດ ຫວຽດ​ນາມ ຈະ​ສ້າງ​ຂຶ້ນ 3 ບາດ​ກ້າວ​ບຸກ​ທະ​ລຸ​ໃຫຍ່

ທ່ານ He Wei ​ເອກ​ອັກ​ຄະ​ລັດ​ຖະທູດ ຈີນ:ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິ​ດ ຫວຽດ​ນາມ ຈະ​ສ້າງ​ຂຶ້ນ 3 ບາດ​ກ້າວ​ບຸກ​ທະ​ລຸ​ໃຫຍ່

ທ່ານ He Wei ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ຖືວ່າ 5 ປີຈະມາເຖິງຈະແມ່ນໄລຍະ ຫວຽດນາມບັນລຸໄດ້ບາດກ້າວພັດທະນາຢ່າງຮອບດ້ານ ແລະ ບຸກທະລຸຢ່າງແຮງ ກ່ຽວກັບຄວາມສາມາດບົ່ມຊ້ອນຂອງປະເທດຊາດ ແລະ ທີ່ຕັ້ງບົດບາດສາກົນ

Top