• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງວັນສ້າງຕັ້ງ ອາຊຽນ ຄົບຮອບ 54 ປີຢູ່ ອັກຊັງຕິນ

      ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດອັກຊັງຕິນ Argentina Pablo Tettamanti ຢືນຢັນຄຳໝັ້ນສັນຍາຂອງລັດຖະບານອັກຊັງຕິນ ທີ່ຈະສືບຕໍ່ເພີ່ມທະວີການພົວພັນກັບອາຊຽນ ໃນບັນດາຂົງເຂດການຄ້າ, ການຮ່ວມມືດ້ານເຕັກນິກກະສິກຳ....
 ທ່ານເອກອັກຄະລັດຖະທູດຟີລິບປິນ Linglingay Lancanlale (ພາບ: Hoài Nam/TTXVN)
      ວັນທີ 2 ກັນຍາ, ຢູ່ສຳນັກງານກະຊວງການຕ່າງປະເທດອັກຊັງຕິນ, ສະຖານທູດບັນດາປະເທດອາຊຽນ ທີ່ມີອົງການຜູ້ຕາງໜ້າການທູດປະຈຳອັກຊັງຕິນ ລວມມີ: ຫວຽດນາມ, ໄທ, ອິນໂດເນເຊຍ, ຟີລິບປິນ ແລະ ມາເລເຊຍ ສົມທົບກັບກະຊວງການຕ່າງປະເທດອັກຊັງຕິນ ຈັດພິທີ ສະເຫຼີມສະຫຼອງວັນສ້າງຕັ້ງ ອາຊຽນ ຄົບຮອບ 54 ປີ.
   ທີ່ພິທີ, ທ່ານເອກອັກຄະລັດຖະທູດຟີລິບປິນ Linglingay Lancanlale, ປະທ່ານໝູນວຽນຂອງຄະນະກຳມະການອາຊຽນ ປະຈຳອັກຊັງຕິນ (ACBA),  ໄດ້ຢືນຢັນວ່າ ເຖິງວ່າໃນສະພາບໂລກລະບາດການປະຈຸບັນ, ອາຊຽນ ຍັງສືບຕໍ່ປະຕິບັດບັນດາແຜນການເສດຖະກິດຂອງຕົນສຳເລັດ, ໃນນັ້ນ, ໜ້າສົນໃຈແມ່ນເລື່ອງສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານທົ່ວພາກພື້ນ (RCEP)ລະຫວ່າງອາຊຽນ   ແລະ 5 ປະເທດຄູ່ຮ່ວມມື ຊື່ງໄດ້ລົງນາມເມື່ອເດືອນພະຈິກປີ 2020 ຜ່ານມາ ແລະ ກາຍເປັນກຸ່ມການຄ້າໃຫ່ຍກ່ວາໝູ່ໃນໂລກ.
  ກ່ຽວກັບການພົວພັນລະຫວ່າງອາຊຽນ-ອັກຊັງຕິນ, ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດອັກຊັງຕິນ Argentina Pablo Tettamanti ຢືນຢັນຄຳໝັ້ນສັນຍາຂອງລັດຖະບານອັກຊັງຕິນ ທີ່ຈະສືບຕໍ່ເພີ່ມທະວີການພົວພັນກັບອາຊຽນ ໃນບັນດາຂົງເຂດການຄ້າ, ການຮ່ວມມືດ້ານເຕັກນິກກະສິກຳ, ວິທະຍາສາດ ແລະ ເຕັກໂນໂລຊີສູງ, ພະລັງງານປະລະມານູ….
(ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top