• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫລີມສະຫລອງ 60 ປີແຫ່ງວັນທ່ານປະທານໂຮ່ຈີມິນ ຢ້ຽມຢາມປະເທດ ໄອແຊກໄບຢານ

ຕອນບ່າຍວັນທີ 24 ຕຸລາ ຢູ່ ນະຄອນຫລວງ Baku ປະເທດ ໄອແຊກໄບຢານ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ເປັນເຈົ້າພາບພິທີສະເຫລີມສະຫລອງ 60 ປີແຫ່ງວັນທ່ານປະທານໂຮ່ຈີມິນ ຢ້ຽມຢາມ ໄອແຊກໄບຢານ (23/7/1959- 23/7/2019). 


ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ພ້ອມກັບບັນດາຜູ້ຊ່ຽວຊານ, ພະນັກງານ ໄອແຊກໄບຢານ ທີ່ເຄີຍເຮັດວຽກຢູ່
ຫວຽດນາມ. ພາບ:TTXVN


ເຂົ້າຮ່ວມພິທີ ມີຄະນະຜູ້ແທນຫວຽດນາມ, ການນຳບັນດາກະຊວງການຕ່າງປະເທດ ແລະ ກະຊວງພະລັງງານ ໄອແຊກໄບຢານ, ບັນດາຜູ້ຊ່ຽວຊານດ້ານນ້ຳມັນອາຍແກສ ພ້ອມກັບເພື່ອນມິດ, ຜູ້ຊ່ຽວຊານ ໄອແຊກໄບຢານ ທີ່ເຄີຍດຳລົງຊີວິດ ແລະ ເຮັດວຽກຢູ່ຫວຽດນາມ ເປັນຈຳນວນຫລວງຫລາຍ.

ກ່າວຄຳເຫັນນະທີ່ນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ທົບທວນຄືນການຢ້ຽມຢາມ Baku ຂອງທ່ານປະທານໂຮ່ຈີມິນ ກ່ອນນີ້ 60 ປີ ແລະ ຢືນຢັນວ່າ ນັບແຕ່ການຢ້ຽມຢາມຂອງທ່ານປະທານໂຮ່ຈີມິນ ຄັ້ງປະຫວັດສາດ ນັ້ນ, Baku ໄດ້ກາຍເປັນແບບຢ່າງ ເພື່ອໃຫ້ຫວຽດນາມ ພັດທະນາຂະແຫນງອຸດສາຫະກຳນ້ຳມັນອາຍແກສ ໃນວັນນີ້. ທ່ານນາງຮອງປະທານປະເທດ ຢືນຢັນ: ຫວຽດນາມ ຍາມໃດກໍ່ຈົດຈຳການປະກອບສ່ວນອັນໃຫຍ່ຫລວງ ຊື່ງ ປະຊາຊົນ ໄອແຊກໄບຢານ ໄດ້ສະຫງວນໃຫ້ແກ່ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດກ່ອນນີ້ກໍ່ຄືໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດປະຈຸບັນ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top