• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ເປັນປະທານ ກອງປະຊຸມ ກັບບັນດາການນໍາຫຼັກແຫຼ່ງ

ວັນທີ 14 ພຶດສະພາ, ທີ່ຮ່າໂນ້ຍ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ເປັນປະທານ ກອງປະຊຸມ ກັບບັນດາການນໍາຫຼັກແຫຼ່ງ.

ເຂົ້າຮ່ວມກອງປະຊຸມ ມີບັນດາກໍາມະການກົມການເມືອງຄື: ສະຫາຍ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ສະຫາຍນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ; ສະຫາຍ ເຈິ່ນກວກເວື້ອງ ຜູ້ປະຈໍາການຄະນະເລຂາ; ສະຫາຍ ເລຂາສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ຫງວຽນວັນເນນ.

ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ກ່າວສະຫຼຸບກອງປະຊຸມ. ພາບ: ຈີ້ຢຸງ-VNA
ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມກັບການນໍາຫຼັກແຫຼ່ງ. ພາບ: ຈີ້ຢຸງ-VNA

ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ໃຫ້ຄຳເຫັນວ່າ ເດືອນເມສາ ແລະ ເຄິ່ງເດືອນພຶດສະພາ ມີຫຼາຍເຫດການພາຍໃນ ແລະ ການຕ່າງປະເທດທີ່ສໍາຄັນ, ການນໍາຫຼັກແຫຼ່ງ ແລະ ບັນດາກໍາມະການກົມການເມືອງ, ຄະນະເລຂາ, ການນໍາສະພາແຫ່ງຊາດ, ລັດຖະບານ ຕ້ອງຕິດຕາມໂຄງການ, ແຜນການ  ແລະ ການເປັນໄປ ຂອງສະຖານະການ, ສຸມໃສ່ຊີ້ນໍາ ນໍາພາອົງການກ່ຽວຂ້ອງ, ທ້ອງຖິ່ນ ຜັນຂະຫຍາຍປະຕິບັດໜ້າທີ່.

ສະຫາຍ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເນັ້ນໜັກວ່າ ໂຄງການ, ແຜນການທັງໝົດ ທີ່ໄດ້ວາງອອກນັ້ນ ຕ້ອງໄດ້ຕິດຕາມຢ່າງໃກ້ຊິດ ເພື່ອກວດກາ, ຊຸກຍູ້ການປະຕິບັດ, ບໍ່ໄດ້ໃຫ້ວຽກງານຊັກຊ້າ, ປະຂ້າມວຽກ, ບໍ່ໄດ້ປະໝາດ, ອີ່ມໃຈໃນສິ່ງທີ່ຕົນເອງບັນລຸໄດ້. ຕ້ອງ ສືບຕໍ່ການຕໍ່ສູ້ປ້ອງກັນດ້ານການສໍ້ລາດບັງຫຼວງ, ໄພ ຫຍໍ້ທໍ້ ດ້ວຍຈິດໃຈເດັດດ່ຽວ, ຢຶດໝັ້ນ ຍົກສູງຈິດໃຈ ສາມັກຄີ ເປັນເອກະພາບສູງຢູ່ທຸກຂັ້ນ, ຂະແໜງການຕ່າງໆ ສ້າງຄວາມເຫັນດີເຫັນພ້ອມໃນປະຊາຊົນ.

ສະຫາຍ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຮຽກຮ້ອງ ຫ້ອງວ່າການສູນກາງພັກ ຕ້ອງ ເປັນເຈົ້າການ ໃນການປະສົມປະສານຢ່າງແໜ້ນແຟ້ນ ກັບ ບັນດາອົງການທີ່ມີບົດບາດໜ້າທີ່ການ ເພື່ອ ຮັບປະກັນ ບັນດາການເຄື່ອນໄຫວ ຂອງ ພັກ, ລັດ ໄດ້ບັນລຸປະສິດທິຜົນສູງ.


ໂດຍ: VNA/VNP


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top