• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫະພາບ ອາຟະລິກາ ຮຽກຮ້ອງຢຸດຕິການດັບສູນເຊື້ອສາດຊາວ ປາແລັດສະຕິນ

ການປະທະກັນຢູ່ເຂດ ກາຊາ ເຮັດໃຫ້ກວ່າ 72.000 ຄົນເສຍຊີວິດ, ເກືອບ 172.000 ຄົນຮັບບາດເຈັບ ແລະ ພວມສືບຕໍ່ເກີດຂຶ້ນພາຍຫຼັງ 4 ເດືອນທີ່ບັນລຸໄດ້ຂໍ້ຕົກລົງຢຸດຍິງ.
ທ່ານ Mahmoud Ali Youssouf, ປະທານຄະນະກຳມະການສະຫະພາບ ອາຟະລິກາ (ພາບ: REUTERS/Eduardo Munoz)

ທ່ານ Mahmoud Ali Youssouf, ປະທານຄະນະກຳມະການສະຫະພາບ ອາຟະລິກາ (AUC) ໄດ້ຮຽກຮ້ອງໃຫ້ຢຸດຕິການດັບສູນເສື້ອຊາດຊາວ ປາແລັດສະຕິນ ແລະ ກ່າວປະນາມບັນດາການປະທະກັນຢູ່ ອາຟະລິກາ.

ທີ່ພິທີໄຂກອງປະຊຸມສຸດຍອດສະຫະພາບ ອາຟະລິກາ ຄັ້ງທີ 39 ທີ່ຈັດຂຶ້ນໃນວັນທີ 14 ກຸມພາ ຢູ່ Ethiopia, ທ່ານ Mahmoud Ali Youssouf ຢຶນຢັນວ່າ ກົດໝາຍສາກົນ ແລະ ກົດໝາຍວ່າດ້ວຍມະນຸດສະທຳສາກົນ ແມ່ນພື້ນຖານຂອງປະຊາຄົມສາກົນ, ພ້ອມກັນນັ້ນກໍ່ຮຽກຮ້ອງໃຫ້ ອິດສະຣາແອັນ ຍົກເລີກຄຳສັ່ງອາຍັດເຄື່ອງຊ່ວຍເຫຼືອມະນຸດສະທຳສົ່ງເຂົ້າເຂດດິນແດນຂອງ ປາແລັດສະຕິນ ທີ່ພວມຖືກຢຶດໄວ້. ຕາມທ່ານແລ້ວ, ການປະທະກັນຢູ່ເຂດ ກາຊາ ເຮັດໃຫ້ກວ່າ 72.000 ຄົນເສຍຊີວິດ, ເກືອບ 172.000 ຄົນຮັບບາດເຈັບ ແລະ ພວມສືບຕໍ່ເກີດຂຶ້ນພາຍຫຼັງ 4 ເດືອນທີ່ບັນລຸໄດ້ຂໍ້ຕົກລົງຢຸດຍິງ.

(ແຫຼ່ງຄັດຈາກ VOV)

ສານອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຄົບ​ຮອບ 51 ປີ

ສານອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຄົບ​ຮອບ 51 ປີ

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດເປັນ​ເອ​ກະ​ພາບຄົບ​ຮອບ 51 ປີ (ວັນ​ທີ 30 ເມ​ສາ 1975 – 30 ເມ​ສາ 2026), ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ໄດ້​ສົ່ງ​ສານ​ອວຍ​ພອນ​ມາ​ຍັງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ.

Top