• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫະພັນລັດເຊຍ ຍາມໃດກໍ່ຖືການປັບປຸງ ແລະ ພັດທະນາການພົວພັນກັບ ຫວຽດນາມ ເປັນສຳຄັນ

ທ່ານ Vladimir Titov ແບ່ງປັນຄຳເຫັນຂອງທ່ານ ເລຮ່ວາຍຈູງ ກ່ຽວກັບບັນດາທິດທາງ, ມາດຕະການໃຫຍ່ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ພິເສດແມ່ນຊຸກຍູ້ບັນດາການຢ້ຽມຢາມຂັ້ນສູງໃນປີ 2024.
ທ່ານ ເລຮ່ວາຍຈຸງ, ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ກອມມູນິດ ຫວຽດນາມ ຕ້ອນຮັບທ່ານ ຮອງລັດຖະມົນຕີຜູ້ທີໜຶ່ງ ກະຊວງການຕ່າງປະເທດ ລັດເຊຍ Vladimir Titov

ຕອນບ່າຍວັນທີ 4 ມີນາ, ທີ່ສຳນັກງານຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດ ຫວຽດນາມ ຢູ່ນະຄອນຫຼວງ ຮ່າໂນ້ຍ, ທ່ານ ເລຮ່ວາຍຈຸງ, ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ກອມມູນິດ ຫວຽດນາມ ໄດ້ຕ້ອນຮັບທ່ານຮອງລັດຖະມົນຕີຜູ້ທີໜຶ່ງ ກະຊວງການຕ່າງປະເທດ ລັດເຊຍ Vladimir Titov ພວມຢ້ຽມຢາມ ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມສຳມະນາຍຸດທະສາດການທູດ - ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຫວຽດນາມ - ລັດເຊຍ ຄັ້ງທີ 13.      

ຊົມເຊີຍຜົນສຳເລັດຂອງ ກອງປະຊຸມສຳມະນາຍຸດທະສາດການທູດ - ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຫວຽດນາມ - ລັດເຊຍ, ທ່ານ ເລຮ່ວາຍຈູງ ຢັ້ງຢືນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຈົດຈຳການສະໜັບສະໜູນ, ການຊ່ວຍເຫຼືອອັນລ້ຳຄ່າເຊິ່ງປະຊາຊົນ ໂຊວຽດ, ປະຊາຊົນ ລັດເຊຍ ສະຫງວນໃຫ້ ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ຍາດເອົາເອກະລາດໃນເມື່ອກອນ ແລະ ໃນພາລະກິດສ້າງສາ, ປົກປັກຮັກສາປະເທດຊາດປະຈຸບັນ; ທ່ານເນັ້ນໜັກວ່າ: ຫວຽດນາມ ຖືການພົວພັນມິດຕະພາບທີ່ເປັນມູນເຊືອ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ລັດເຊຍ ເປັນສຳຄັນ.  

ສ່ວນທ່ານຮອງລັດຖະມົນຕີຜູ້ທີໜຶ່ງ ກະຊວງການຕ່າງປະເທດ ລັດເຊຍ Vladimir Titov ຢັ້ງຢືນ ລັດເຊຍ ຍາມໃດກໍ່ຖືການປັບປຸງ, ພັດທະນາການພົວພັນກັບ ຫວຽດນາມ ເປັນສຳຄັນ. ທ່ານ Vladimir Titov ແບ່ງປັນຄຳເຫັນຂອງທ່ານ ເລຮ່ວາຍຈູງ ກ່ຽວກັບບັນດາທິດທາງ, ມາດຕະການໃຫຍ່ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ພິເສດແມ່ນຊຸກຍູ້ບັນດາການຢ້ຽມຢາມຂັ້ນສູງໃນປີ 2024.

(ແຫຼ່ງຄັດຈາກ VOV)

ຖະແຫຼງການຮ່ວມ ຫວຽດນາມ - ສິງກະໂປ

ຖະແຫຼງການຮ່ວມ ຫວຽດນາມ - ສິງກະໂປ

ຫວຽດນາມ ແລະ ສິງກະໂປ ເພີ່ມທະວີການແລກປ່ຽນ, ພົບປະຂັ້ນສູງ ແລະ ທຸກຂັ້ນໃນທຸກຊ່ອງທາງ; ຮັກສາກົນໄກຈັດກອງປະຊຸມປະຈຳປີລະຫວ່າງນາຍົກລັດຖະມົນຕີ 2 ປະເທດໃຫ້ມີປະສິດທິຜົນ

Top