ຂ່າວສານ
ສະຫະປະຊາຊາດ ຮັບຮອງເອົາມະຕິ “ທົດສະວັດສາກົນກ່ຽວກັບວັດທະນະທຳ ເພື່ອການພັດທະນາແບບຍືນຍົງ” ໂດຍ ຫວຽດນາມ ສະເໜີ
ມະຕິ “ທົດສະວັດສາກົນກ່ຽວກັບວັດທະນະທຳ ເພື່ອການພັດທະນາແບບຍືນຍົງ ໄລຍະ 2027 – 2036” ໂດຍ ຫວຽດນາມ ສະເໜີ ແລະ ຊຸກຍູ້ພ້ອມກັບກຸ່ມແກ່ນສານລວມມີ: ອີຕາລີ, ໄຊປຣັດ, ລາວ, ກາຕາ ແລະ Saint Kitts ແລະ Nevis, ກັບ 103 ປະເທດຮ່ວມອຸປະຖຳ ໄດ້ຮັບການຮັບຮອງເອົາຈາກກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໃນວັນທີ 04 ກັນຍາ, ຢູ່ສຳນັກງານສະຫະຊາຊາດ, ທີ່ນະຄອນ ນິວຢອກ, ອາເມລິກາ.
ກ່າວຄຳເຫັນສະເໜີມະຕິຕໍ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ, ທ່ານ ໂດ້ຮຸ່ງຫວຽດ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ເນັ້ນໜັກວ່າ ທົດສະວັດສາກົນ ຈະສ້າງຂອບເຂດເພື່ອຫັນຈາກຄວາມຮັບຮູ້ໄປສູ່ການກະທຳ, ລະດົມການສະໜັບສະໜູນດ້ານການເມືອງ ແລະ ບັນດາແຫຼ່ງກຳລັງ, ຊຸກຍູ້ການພົວພັນຄູ່ຮ່ວມມື, ແບ່ງປັນພູມປັນຍາ ແລະ ບົດຮຽນ, ຜ່ານນັ້ນ, ກໍ່ນຳວັດທະນະທຳໃຫ້ນັບມື້ນັບຮັກສາບົດບາດສຳຄັນໃນໂຄງການດຳເນີນງານເພື່ອການພັດທະນາທົ່ວໂລກ.
ເລື່ອງກອງະຊຸມສະມັດຊາໃຫຍ່ສະຫະປະຊາຊາດຮັບຮອງເອົາຂໍ້ລິເລີ່ມ ໄດ້ເປັນການຢັ້ງຢືນຄວາມເຫັນດີເຫັນພ້ອມທີ່ນັບມື້ນັບເລິກເຊິ່ງ, ກວ້າງຂວາງຂອງປະຊາຄົມສາກົນ ກ່ຽວກັບບົດບາດແກ່ນສານຂອງວັດທະນະທຳໃນການປະຕິບັດໂຄງການດຳເນີນງານ 2030.






