• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫວັນນະເຂດ-ເສັ້ນທາງແລກປ່ຽນການຄ້າສຳຄັນຂອງອາຊຽນ

      ທ່ານ ສັນຕິພາບ ພົມວິຫານ, ເລຂາພັກ, ເຈົ້າແຂວງແຂວງ ສະຫວັນນະເຂດ ມີຄວາມປະຕິຊົມຊື່ນຕໍ່ການປ່ຽນແປງຂອງບ້ານເກີດເມືອງນອນຂອງຕົນ, ເມື່ອພື້ນຖານເສດຖະກິດນັບມື້ນັບໄດ້ຮັບການກໍ່ສ້າງໃຫ້ສົມບູນແບບ

(ທ່າກ່ຳປັ່ນທາງບົກ ສະຫວັດນະເຂດ)
      ສະຫວັນນະເຂດ - ແມ່ນຊື່ທີ່ບໍ່ພຽງແຕ່ໄດ້ຮູ້ຈັກເຖິງແມ່ນບ້ານເກີດເມືອງນອນຂອງປະທານ ໄກສອນ ພົມວິຫານ - ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວ ບັນດາເຜົ່າເທົ່ານັ້ນ, ຫາກຍັງແມ່ນເຂດດິນແດນທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ແມ່ນສະຖານທີ່ດຶງດູດບັນດານັກລົງທຶນໃນແລວເສດຖະກິດຕາເວັນອອກ-ຕາເວັນຕົກ, ເພື່ອໃຫ້ເສັ້ນທາງເລກ 9 ຂອງລາວ ໃນມື້ນີ້ໃຫ້ກາຍເປັນເສັ້ນທາງເຊື່ອມຕໍ່ເຂດທີ່ກວ້າງໃຫຍ່ຈາກປະເທດ ມຽນມາ, ທາງທິດຕາເວັນອອກສ່ຽງເໜືອປະເທດໄທ, ທາງພາກກາງປະເທດລາວ ແລະ ບັນດາແຂວງທາງພາກກາງປະເທດຫວຽດນາມ ກັບທະເລໃຫຍ່ຢ່າງແທ້ຈິງ.
        ໃນການໂອ້ລົມກັບນັກຂ່າວ VOV ຢູ່ໃຈກາງເຂດສວນຂຽວອຸ່ມທຸ່ມໃຕ້ຮົ່ມໄມ້ສີຂຽວ, ທ່ານ ສັນຕິພາບ ພົມວິຫານ, ເລຂາພັກ, ເຈົ້າແຂວງແຂວງ ສະຫວັນນະເຂດ ມີຄວາມປະຕິຊົມຊື່ນຕໍ່ການປ່ຽນແປງຂອງບ້ານເກີດເມືອງນອນຂອງຕົນ, ເມື່ອພື້ນຖານເສດຖະກິດນັບມື້ນັບໄດ້ຮັບການກໍ່ສ້າງໃຫ້ສົມບູນແບບ, ບັນດາທ່າແຮງທາງດ້ານກະສິກຳ, ອຸດສາຫະກຳ,  ແຮ່ທາດ, ການຄ້າ-ການບໍລິການ…. ພວມໄດ້ຮັບການຂຸດຄົ້ນຢ່າງມີປະສິດທິຜົນ, ຊີວິດການເປັນຢູ່ຂອງປະຊາຊົນໃນແຂວງນັບມື້ນັບໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນ ດ້ວຍລາຍຮັບສະເລ່ຍບັນລຸ 2.136 USD/ຄົນ/ປີ.
        ນອກຈາກຄວາມສາມາດບົ່ມຊ້ອນທາງດ້ານທີ່ດິນ, ແຮ່ທາດແລ້ວ, ທ່າແຮງພົ້ນເດັ່ນຂອງສະຫວັນນະເຂດ ຍັງແມ່ນການພັດທະນາອຸດສາຫະກຳ, ການຄ້າ, ການບໍລິການ, ເມື່ອນີ້ແມ່ນແຂວງນອນໃນແລວເສດຖະກິດຕາເວັນອອກ-ຕາເວັນຕົກ, ເສັ້ນທາງແລກປ່ຽນການຄ້າສຳຄັນຂອງອາຊຽນ, ເຊື່ອມຕໍ່ທາງພາກກາງປະເທດຫວຽດນາມ ກັບບັນດາແຂວງພາກກາງປະເທດລາວ, ທາງທິດຕາເວັນອອກສ່ຽງເໜືອປະເທດໄທ, ແລະ ປະເທດມຽນມາ. 12 ປີກ່ອນນີ້, ລາວ ໄດ້ສ້າງຕັ້ງເຂດເສດຖະກິດພິເສດ ສະຫວັນ-ເຊໂນ ດ້ວຍນະໂຍບາຍບຸລິມະສິດລື່ນກາຍຫຼາຍຢ່າງ, ເພື່ອແນໃສ່ສ້າງບາດກ້າວບຸກທະລຸຊ່ວຍໃຫ້ເຂດດິນແດນແຫ່ງນີ້ມີການປ່ຽນແປງ. ທ່ານຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ສະຫວັນ-ເຊໂນ ທອງໄຊ ໄຊຍະວົງຄຳດີ ໃຫ້ຮູ້ວ່າ, ໄລ່ມາຮອດປະຈຸບັນ, ມີວິສາຫະກິດຢູ່ພາຍໃນປະເທດ ແລະ ຕ່າງປະເທດເກືອບ 130 ແຫ່ງລົງທຶນຜະລິດບັນດາເຄື່ອງອຸປະກອນດ້ານເຕັກໂນໂລຊີ, ໂທລະຄົມມະນາຄົມ, ເຄື່ອງສຳອາງ… ແຕ່ລະປີ, ລາຍຮັບທີ່ເກັບມາໄດ້ຈາກເຂດເສດຖະກິດນີ້ບັນລຸ 300 ລ້ານ USD, ມອບເຂົ້າງົບປະມານ 12 ລ້ານ USD. 

(ທ່ານຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ສະຫວັນ-ເຊໂນ ທອງໄຊ ໄຊຍະວົງຄຳດີ) 
      ທ່າກ່ຳປັ່ນທາງບົກ ສະຫວັດນະເຂດ ຂຶ້ນກັບເຂດເສດຖະກິດພິເສດ ສະຫວັນ-ເຊໂນ ພວມກາຍເປັນໜຶ່ງໃນບັນດາສູນ Logistic ສຳຄັນຂອງພາກພື້ນ, ໃນແຕ່ລະມື້ ຢູ່ທີ່ນີ້ມີລົດຂົນສົ່ງ, ລົດຄອນເທັນ ນັບຮ້ອຍຖ້ຽວ ຂົນສົ່ງສິນຄ້າສົ່ງອອກ-ນຳເຂົ້າຈາກໄທ ໄປຫວຽດນາມ ແລະ ກົງກັນຂ້າມ, ເຂົ້າ-ອອກນຳໃຊ້ການບໍລິການ. ໃນການລົງຢ້ຽມຢາມ ແລະ ເຮັດວຽກຢູ່ເຂດເສດຖະກິດນີ້ຫວ່າງມໍ່ໆມານີ້, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ຕັ້ງຄວາມຫວັງວ່າ, ທ່າກ່ຳປັ່ນທາງບົກ ສະຫວັນນະເຂດ ຈະແມ່ນສູນສົ່ງຕໍ່ສິນຄ້າໃຫຍ່ຂອງພາກພື້ນອາຊຽນ, ດ້ວຍລະດັບປະກອບເຂົ້າງົບປະມານແຕ່ 5 ລ້ານ USD/ປີ ຂຶ້ນໄປ.
        ໂດຍແມ່ນປະເທດຖານບ້ານໃກ້ເຮືອນຄຽງ, ມີສາຍພົວພັນມິດຕະພາບແບບພິເສດ, ບັນດາວິສາຫະກິດຂອງຫວຽດນາມ ທີ່ມາລົງທຶນຢູ່ແຂວງ ສະຫວັນນະເຂດ ກໍ່ນັບມື້ນັບຫຼາຍຂຶ້ນ. ປະຈຸບັນ, ມີປະມານ 20 ໂຄງການ ດ້ວຍຈຳນວນເງິນທຶນປະມານ 500 ລ້ານ USD, ເປັນຕົ້ນແມ່ນການຂຸດຄົ້ນແຮ່ທາດ, ປູກຢາງພາລາ, ການຂົນສົ່ງ, ໂຮງແຮມ, ຮ້ານອາຫານ… ດ້ວຍຄູ່ດ່ານຊາຍແດນສາກົນ ແດນສະຫວັນ - ລາວບາວ ທີ່ນຳໃຊ້ກົນໄກ “ປະຕູດຽວຈອດເທື່ອດຽວ”, ກາລະໂອກາດລົງທຶນລະຫວ່າງແຂວງ ສະຫວັນນະເຂດ ກັບບັນດາແຂວງທາງພາກກາງຂອງຫວຽດນາມ ໄດ້ຮັບຖືວ່າແມ່ນໃຫຍ່ຫຼວງທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ຕາມທ່ານ ສັນຕິພາບ ພົມວິຫານ, ເລຂາພັກ, ເຈົ້າແຂວງແຂວງ ສະຫວັນນະເຂດ ແລ້ວ, ແຫຼ່ງເງິນລົງທຶນຈາກຫວຽດນາມ ມາລາວຢູ່ເຂດນີ້ຍັງໜ້ອຍຢູ່.
      ດ້ວຍທ່າແຮງແມ່ນເສັ້ນທາງສັ້ນສຸດເພື່ອໃຫ້ສິນຄ້າຂອງປະເທດລາວ ແລະ ທິດຕາເວັນອອກປະເທດໄທ, ມຽນມາ… ອອກໄປສູ່ເຂດທະເລທີ່ກ້ວາງໃຫຍ່ ຜ່ານບັນດາທ່າກ່ຳປັນ ເຈິນໄມ (ເທື່ອທຽນ-ເຫ້ວ), ທ່າກ່ຳປັ່ນ ຕຽນຊາ (ດ່ານັ້ງ), ສະຫວັນນະເຂດ ຍັງຕັ້ງຄວາມຫວັງຫຼາຍກວ່າເຂົ້າໃນການຮ່ວມມື, ລົງທຶນຂອງບັນດາວິສາຫະກິດຫວຽດນາມ ໃນບັນດາຂົງເຂດຜະລິດກະສິກຳເຕັກໂນໂລຊີສູງ, ປູກ ແລະ ປຸງແຕ່ງຜະລິດຕະພັນກະເສດສົ່ງອອກ, ການສົ່ງອອກ logictis… ເພື່ອເຮັດແນວໃດການຮ່ວມມືທາງດ້ານເສດຖະກິດໃຫ້ເໝາະສົມກັບສາຍພົວພັນມິດຕະພາບແບບພິເສດລະຫວ່າງ 2 ປະເທດ, ນຳມາເຊິ່ງຊີວິດທີ່ອິມໜຳສຳລານ, ມີຄວາມຜາສຸກໃຫ້ແກ່ປະຊາຊົນ 2 ປະເທດຫວຽດນາມ - ລາວ.
 (ແຫຼ່ງຄັດຈາກ VOV)

 

 

ຫວຽດ​ນາມ​ແມ່ນ​ພື້​ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ດ້ວຍ​ຕະຫຼາດ​ພາຍ​ໃນ​ທີ່ກວ້າງ​ໃຫຍ່

ຫວຽດ​ນາມ​ແມ່ນ​ພື້​ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ດ້ວຍ​ຕະຫຼາດ​ພາຍ​ໃນ​ທີ່ກວ້າງ​ໃຫຍ່

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮ່ວາບິ່ງແຈ້ງໃຫ້ຊາບແຜນນະໂຍບາຍໃຫຍ່ຂອງຫວຽດນາມ ໃນການສ້າງສອງສູນການເງິນຢູ່ນະຄອນ ໂຮ່ຈີມິນ ແລະ ດ່ານັ້ງ.

Top