• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມາຊິກລັດຖະສະພາ ຍີ່ປຸ່ນ ຕີລາຄາສູງໝາກຜົນການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ຂອງຫວຽດນາມ

      ທ່ານ Takagi Tsuyoshi ສະມາຊິກລັດຖະສະພາ, ປະທານກໍາມາທິການ ຫຼັກການ ແລະ ການບໍລິຫານ ຂອງສະພາຕໍ່າ ຍີ່ປຸ່ນ ໄດ້ຕີລາຄາສູງຕໍ່ໝາກຜົນຕັ້ງໜ້າ ແລະ ມີຄວາມປະທັບໃຈຂອງຫວຽດນາມ ໃນການຕ້ານໂລກລະບາດໂຄວິດ -  19.

ທ່ານ ຫວູຮົ່ງນາມ ເອກອັກຄະລັດຖະທູດຫວຽດນາມປະຈໍາ ຍີ່ປຸ່ນ ພົບປະກັບທ່ານ Takagi Tsuyoshi ສະມາຊິກລັດຖະສະພາ,
ປະທານກໍາມາທິການ ຫຼັກການ ແລະ ການບໍລິຫານ ຂອງສະພາຕໍ່າ ຍີ່ປຸ່ນ(ພາບ: TTXVN) 
      ກ່າວຄໍາເຫັນທີ່ການຕ້ອນຮັບທ່ານ ຫວູຮົ່ງນາມ ເອກອັກຄະລັດຖະທູດຫວຽດນາມປະຈໍາ ຍີ່ປຸ່ນ, ໃນວັນທີ 26 ພຶດສະພາ, ທ່ານ Takagi Tsuyoshi ສະມາຊິກລັດຖະສະພາ, ປະທານກໍາມາທິການ ຫຼັກການ ແລະ ການບໍລິຫານ ຂອງສະພາຕໍ່າ ຍີ່ປຸ່ນ ໄດ້ຕີລາຄາສູງຕໍ່ໝາກຜົນຕັ້ງໜ້າ ແລະ ມີຄວາມປະທັບໃຈຂອງຫວຽດນາມ ໃນການຕ້ານໂລກລະບາດໂຄວິດ -  19. ເມື່ອແບ່ງປັນກ່ຽວກັບໝາກຜົນຕັ້ງໜ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ຂອງຍີ່ປຸ່ນ, ທ່ານ Takagi Tsuyoshi ຫວັງວ່າ ສອງປະເທດ ຈະແບ່ງປັນປະສົບການເພື່ອປ້ອງກັນ ແລະ ສະກັດກັ້ນໂລກລະບາດທີ່ອັນຕະລາຍນີ້ ຢ່າງມີປະສິດທິຜົນ. ກ່ຽວຂ້ອງເຖິງສາຍພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ, ທ່ານ Takagi Tsuyoshi ເຊື່ອໝັ້ນວ່າ ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ ຈະນັບມື້ນັບພັດທະນາຢ່າງຕັ້ງໜ້າ ແລະ ບັນລຸຜົນງານໃໝ່ຫຼາຍຢ່າງກວ່າອີກ.
        ສ່ວນທ່ານເອກອັກຄະລັດຖະທູດ ຫວູຮົ່ງນາມ ກໍສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງ ຍີ່ປຸ່ນໃນການສະກັດກັ້ນໂລກລະບາດໂຄວິດ - 19, ພ້ອມທັງຢັ້ງຢືນວ່າ ປະຊາຊົນ, ລັດຖະບານ ແລະ ສະພາແຫ່ງຊາດຫວຽດນາມ ຍາມໃດກໍຄຽງບ່າຄຽງໄຫຼ່ກັບ ປະຊາຊົນ, ລັດຖະບານ ແລະ ສະພາແຫ່ງຊາດຍີຸ່ປຸ່ນໃນທຸກຄວາມຫຍຸ້ງຍາກ.
 (ແຫຼ່ງຄັດຈາກ VOV)

ພິທີເປີດສະໜອງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ ເຊິ່ງເປັນຂອງຂວັນຂອງລັດຖະບານ ຫວຽດນາມ

ພິທີເປີດສະໜອງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ ເຊິ່ງເປັນຂອງຂວັນຂອງລັດຖະບານ ຫວຽດນາມ

ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ສິງຫາ ປີ 2022, ມີເນື້ອທີ່ 6,5 ເຮັກຕາ, ດ້ວຍຈຳນວນເງິນລົງທຶນກວ່າ 10 ລ້ານ USD.

Top