• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ປ່ຽນແປງໃໝ່ຮູບແບບການເຄື່ອນໄຫວ

ແຕ່ລະປີ, ລັດໄດ້ສະຫງວນຈຳນວນເງິນນັບສີບຕື້ດົ່ງເພື່ອອຸດໜູນ, ເບິ່ງແຍງດູແລສຸຂະພາບ, ໜູນຊ່ວຍບັນດາເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດຍ້ອນຖືກຜົນສະທ້ອນຍ້ອນທາດພິດສີສົ້ມ.
ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ບຸຍທິມິງຮ່ວາຍ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ (ພາບ: TTXVN)

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ຄັ້ງທີ 5, ອາຍຸການ 2023 – 2028, ດ້ວຍຫົວຂໍ້ “ສາມັກຄີ, ສາຍຈິດມິດໃຈ, ມີໜ້າທີ່ຄວາມຮັບຜິດຊອບ, ມຸ່ງໄປເຖິງຜູ້ປະສົບເຄາະຮ້າຍ; ປ່ຽນແປງໃໝ່, ສ້າງສະມາຄົມໃຫ້ໝັ້ນຂົງເຂັ້ມແຂງ; ປະຕິບັດໜ້າທີ່ເຊິ່ງພັກ, ລັດມອບມາຍໃຫ້ເປັນຢ່າງດີ”, ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 29 ທັນວາ, ຢູ່ ຮ່າໂນ້ຍ. ກອງປະຊຸມໃຫຍ່ໄດ້ດຳເນີນແຕ່ວັນທີ 28 – 29 ທັນວາ, ໂດຍມີການເຂົ້າຮ່ວມຂອງຜູ້ແທນກວ່າ 300 ຄົນ, ທີ່ຕາງໜ້າໃຫ້ສະມາຊິກກວ່າ 400.000 ຄົນໃນທົ່ວປະເທດ.       

ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມໃຫຍ່, ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ບຸຍທິມິງຮ່ວາຍ, ໃຫ້ຮູ້ວ່າ, ແຕ່ລະປີ, ລັດໄດ້ສະຫງວນຈຳນວນເງິນນັບສີບຕື້ດົ່ງເພື່ອອຸດໜູນ, ເບິ່ງແຍງດູແລສຸຂະພາບ, ໜູນຊ່ວຍບັນດາເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດຍ້ອນຖືກຜົນສະທ້ອນຍ້ອນທາດພິດສີສົ້ມ. ເຖິງຢ່າງໃດກໍ່ຕາມ, ຜົນສະທ້ອນຂອງທາດພິດສີສົ້ມ/ດີໂອຊິນຕໍ່ສິ່ງແວດລ້ອມ ແລະ ສຸຂະພາບຂອງມະນຸດຍັງໜັກໜ່ວງຢູ່, ບັນດານະໂຍບາຍສັງຄົມຍັງບໍ່ທັນຊົດເຊີຍໄດ້ໝົດເທື່ອ. ກ່ຽວກັບໜ້າທີ່ຂອງສະມາຄົມໃນໄລຍະໃໝ່, ທ່ານນາງ ບຸຍທິມິງຮ່ວາຍ, ສະເໜີວ່າ:

“ຄະນະບໍລິຫານງານຊຸດໃໝ່ ຕ້ອງເອົາໃຈໃສ່ປ່ຽນແປງເນື້ອໃນ, ວິທີການຊີ້ນຳ, ບໍລິຫານໃຫ້ຫຼາຍກວ່າ, ເອົາໃຈໃສ່ຕໍ່ການສະເໜີບັນດາບັນຫາໃຫຍ່ມີລັກສະນະພື້ນຖານ, ຍາວນານ, ສ້າງເງື່ອນໄຂໃຫ້ສະມາຄົມຂັ້ນຮາກຖານຍົກສູງຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວ. ສືບຕໍ່ປະຕິບັດວຽກງານຂົນຂວາຍແຫຼ່ງກຳລັງເບິ່ງແຍງດູແລ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ”.

(ແຫຼ່ງຄັດຈາກ VOV)

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ຄວາມໝາຍປະຫວັດສາດຂອງການຢ້ຽມຢາມ ຍັງແມ່ນຢູ່ບ່ອນວ່າ ເປັນຄັ້ງທຳອິດ ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ຄະນະເລຂາ ອາຊຽນ, ຍົກໃຫ້ເຫັນລະດັບຄວາມສຳຄັນຍຸດທະສາດຂອງ ອາຊຽນ ສຳລັບຫວຽດນາມ

Top