• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດ ຫວຽດນາມ ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍທຸລະກິດ ອະສັງຫາລິມະຊັບ (ສະບັບປັບປຸງ)

ກົດໝາຍວ່າດ້ວຍທຸລະກິດ ອະສັງຫາລິມະຊັບໄດ້ປະກາດໃຊ້ໃນປີ 2014, ມີຜົນສັກສິດນັບແຕ່ວັນທີ 1 ກໍລະກົດ 2015. ພາຍຫຼັງ 8 ປີທີ່ຜັນຂະຫຍາຍປະຕິບັດ, ກົດໝາຍວ່າດ້ວຍທຸລະກິດອະສັງຫາລິມະຊັບປີ 2014.
ສສຊ ປະກອບຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍທຸລະກິດອະສັງຫາລິມະຊັບ (ສະບັບປັບປຸງ)

ໂດຍສືບຕໍ່ລາຍການດຳເນີນງານຂອງກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 31 ຕຸລາ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນທີ່ແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍທຸລະກິດອະສັງຫາລິມະຊັບ (ສະບັບປັບປຸງ).    

ກົດໝາຍວ່າດ້ວຍທຸລະກິດ ອະສັງຫາລິມະຊັບໄດ້ປະກາດໃຊ້ໃນປີ 2014, ມີຜົນສັກສິດນັບແຕ່ວັນທີ 1 ກໍລະກົດ 2015. ພາຍຫຼັງ 8 ປີທີ່ຜັນຂະຫຍາຍປະຕິບັດ, ກົດໝາຍວ່າດ້ວຍທຸລະກິດອະສັງຫາລິມະຊັບປີ 2014 ແລະ ບັນດາເອກະສານແນະນຳປະຕິບັດ, ຄຽງຂ້າງບັນດາໝາກຜົນທີ່ບັນລຸໄດ້ ກໍ່ປະກົດມີບັນດາສິ່ງຄົງຄ້າງ, ຂໍ້ຈຳກັດທີ່ຄວນປັບປຖງ. ທ່ານ ຫງວຽນດ້າຍຖັ໋ງ, ສະມາຊິກສະພາແຫ່ງຊາດ ແຂວງ ຮຶງອຽນ, ໄດ້ຍົກອອກຄຳເຫັນວ່າ:

“ເພື່ອສ້າງສຳເລັດຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫະລິມະຊັບ (ສະບັບປັບປຸງ), ຂ້າພະເຈົ້າສະເໜີໃຫ້ອົງການຮຽບຮຽງສືບຕໍ່ກວດກາຄືນກົດໝາຍວ່າດ້ວຍ ທຸລະກິດອະສັງຫາລິມະຊັບ (ສະບັບປັບປຸງ) ຕາມທິດຮັບປະການບັນດາຂໍ້ກຳນົດຄົບຊຸດ, ເປັນເອກະພາບກັບບັນດາຮ່າງກົດໝາຍ ທີ່ສະພາແຫ່ງຊາດ ພວມພິຈາລະນາເພື່ອຮັບຮອງເອົາ, ຄື: ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍເຮືອນຢູ່ (ສະບັບປັບປຸງ) ເພື່ອຮັບປະກັນວ່າ ຍາມໃດກໍ່ຄົບຊຸດ, ເປັນເອກະພາບລະບົບກົດຫມາຍ, ຫຼີກລ້ຽງການທັບຊ້ອນກັນ ພາຍຫຼັງບັນດາກົດໝາຍໄດ້ປັບປຸງ ແລະ ສະພາແຫ່ງຊາດ ໄດ້ຮັບຮອງເອົາ”.

(ແຫຼ່ງຄັດຈາກ VOV)

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ຕອນເຊົ້າວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້, ເປີດການບໍລິການການຄ້າສຳລັບໂຮງງານໄຟຟ້າ ເຍິນແຈກ 3 ແລະ ໂຮງງານໄຟຟ້າ ເຊີນແຈກ 4 ຢູ່ແຂວງ ດົ່ງນາຍ.

Top