• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດໃຫ້ສັດຕະຍາບັນເອກະສານສຳຄັນ 2 ສະບັບ, ເປີດກາລະໂອກາດແຊກຊຶມເຂົ້າຕະຫຼາດອີຢູ

      ສະພາແຫ່ງຊາດ ໄດ້ຮັບຮອງເອົາມະຕິໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງສສ.ຫວຽດນາມ ແລະ ສະຫະພາບເອີລົບ (EVFTA), ມະຕິຮັບຮອງເອົາສັນຍາອາລັກຂາການລົງທຶນລະຫວ່າງຫວຽດນາມ ແລະ ບັນດາປະເທດສະມາຊິກສະຫະພາບເອີລົບ (EVIPA).

ສະພາແຫ່ງຊາດໃຫ້ສັດຕະຍາບັນເອກະສານສຳຄັນ 2 ສະບັບ, ເປີດກາລະໂອກາດແຊກຊຶມເຂົ້າຕະຫຼາດອີຢູ
(ພາບ: quochoi.vn)
      ຕອນເຊົ້າວັນທີ 08 ມິຖຸນາ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ດ້ວຍຄະແນນເຫັນດີສ່ວນຫຼາຍ, ສະພາແຫ່ງຊາດ ໄດ້ຮັບຮອງເອົາມະຕິໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງສສ.ຫວຽດນາມ ແລະ ສະຫະພາບເອີລົບ (EVFTA), ມະຕິຮັບຮອງເອົາສັນຍາອາລັກຂາການລົງທຶນລະຫວ່າງຫວຽດນາມ ແລະ ບັນດາປະເທດສະມາຊິກສະຫະພາບເອີລົບ (EVIPA).
        ເຂົ້າຮ່ວມກອງປະຊຸມ ແລະ ເປັນສັກຂີພິຍານການລົງຄະແນນສຽງຂອງສະພາແຫ່ງຊາດສຳລັບເອກະສານ 2 ສະບັບດັ່ງກ່າວ ມີທ່ານຫົວໜ້າຜູ້ຕາງໜ້າຄະນະຜູ້ແທນສະຫະພາບເອີລົບ ປະຈຳຫວຽດນາມ, ເອກອັກຄະລັດຖະທູດບັນດາປະເທດສະມາຊິກອີຢູ ປະຈຳຫວຽດນາມ.
        ຜົນມີຢູ່ວ່າ, ມີສະມາຊິກສະພາແຫ່ງຊາດ 94,62% ໄດ້ກົດປຸ່ມເຫັນດີຮັບຮອງເອົາສັນຍາ EVFTA, ສຳລັບ EVIPA ແມ່ນ 95,45%. ທ່ານ ຫງວຽນວັນເຢົ່າ, ຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ, ຖືວ່າ.
        “ເລື່ອງຮັບຮອງເອົາສັນຍາແມ່ນເໝາະສົມກັບແຜນນະໂຍບາຍການຕ່າງປະເທດ, ມຸ່ງໄປເຖິງຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນໃຫຍ່ທີ່ສຸດ ດ້ວຍ 27 ປະເທດສະມາຊິກສະຫະພາບເອີລົບ, ມີຫຼາຍປະເທດພວມຢືນຢູ່ແຖວໜ້າໂລກກ່ຽວກັບການລົງທຶນ ແລະ ການຄ້າ. ຜົນປະໂຫຍດທີ່ໄດ້ຮັບນັ້ນແມ່ນຊຸກຍູ້ການເພີ່ມທະວີການຄ້າ 2 ສົ້ນ, ເຂົ້າຮ່ວມລະບົບສະໜອງທົ່ວໂລກ, ເພີ່ມຂອບຂະໜາດການສົ່ງອອກຫຼາຍຂະແໜງທີ່ມີທ່າແຮງ. ປະຊາຊົນໄດ້ສຳຜັດກັບສິນຄ້າ, ວັດຖຸດິບ, ອຸປະກອນກົນຈັກ, ພິເສດແມ່ນເຄື່ອງອາໄຫຼ່ລາຄາຖືກແຕ່ມີຄຸນນະພາບສູງ. EVFTA ກໍ່ແມ່ນກາລະໂອກາດເພື່ອຍູ້ແຮງການປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນໃຫ້ດີກວ່າເກົ່າ, ປັບປຸງລະບອບລະບຽບການ”.
        ຄາດວ່າ, ສັນຍາຈະເລີ່ມມີຜົນສັດສິດໃນວັນທີ 01 ສິງຫາ ຈະມາເຖິງ.
           (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top