ທ່ານນາງ ເລທິງາ, ຫົວໜ້າກຳມາທິການຍຸຕິທຳຂອງສະພາແຫ່ງຊາດ
(ພາບປະກອບອີນເຕີແນັດ)
ກ່ຽວກັບຂໍ້ກຳນົດຂອງກົດໝາຍວ່າດ້ວຍອະໄພຍະໂທດ, ຈຸດເວລາອະໄພຍະໂທດ ແມ່ນວັນຊາດທີ 2 ກັນຍາ, ປີໃໝ່ສາກົນ, ວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບຄືວັນທີ 30 ເມສາ, ທ່ານນາງ ເລທິງາ, ຫົວໜ້າກຳມາທິການຍຸຕິທຳຂອງສະພາແຫ່ງຊາດ, ໃຫ້ຮູ້ວ່າ.
“ຂໍ້ກຳນົດກ່ຽວກັບຈຸດເວລາອະໄພຍະໂທດຄືຮ່າງກົດໝາຍແມ່ນສືບທອດກົດໝາຍພວມປະກາດໃຊ້, ສະແດງໃຫ້ເຫັນລັກສະນະມະນຸດສະທຳໃນນະໂຍບາຍກົດໝາຍຂອງຫວຽດນາມ ແລະ ພຶດຕິກຳຕົວຈິງໃນການປະຕິບັດເພື່ອບໍ່ໃຫ້ເກີດສິ່ງຕິດຂັດ. ຄະນະປະຈຳສະພາແຫ່ງຊາດສະເໜີຮັກສາຂໍ້ກຳນົດກ່ຽວກັບຈຸດເວລາອະໄພຍະໂທດຄືຮ່າງກົດໝາຍ ແລະ ມອບໃຫ້ປະທານປະເທດອີງໃສ່ບັນດາຂໍ້ກຳນົດຂອງກົດໝາຍ ແລະ ສະພາບການຂອງປະເທດຊາດຢູ່ໃນແຕ່ລະໄລຍະເພື່ອຕົກລົງຈຸດເວລາອະໄພຍະໂທດໃຫ້ເໝາະສົມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກ”.
ນອກນັ້ນ, ສະພາແຫ່ງຊາດກໍ່ຮັບຮອງເອົາກົດໝາຍວ່າຕຳຫຼວດທະເລຫວຽດນາມ; ກົດໝາຍວ່າດ້ວຍການປູກຝັງ; ກົດໝາຍວ່າດ້ວຍການລ້ຽງສັດ ແລະ ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການສຶກສາມະຫາວິທະຍາໄລ.
(ແຫຼ່ງຄັດຈາກ VOV)