ວັນທີ 14 ມິຖຸນາ, ຕາມລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ສະພາແຫ່ງຊາດໄດ້ຈັດກອງປະຊຸມຄົບຄະນະທີ່ຫໍປະຊຸມ, ລົງຄະແນນສຽງຮັບຮອງເອົາກົດໝາຍຈຳນວນໜຶ່ງ, ຄື: ກົດໝາຍວ່າດ້ວຍອາກອນໃຊ້ສອຍພິເສດ (ສະບັບປັບປຸງ); ກົດໝາຍວ່າດ້ວຍອາກອນລາຍຮັບໃຫ້ແກ່ວິສາຫະກິດ (ສະບັບປັບປຸງ); ກົດໝາຍວ່າດ້ວຍການຄຸ້ມຄອງ ແລະ ລົງທຶນແຫຼ່ງທຶນຂອງລັດຢູ່ວິສາຫະກິດ ; ກົດໝາຍວ່າດ້ວຍທາດເຄມີ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍມາດຕະຖານ ແລະ ກຳນົດມາດຕະຖານເຕັກນິກ; ກົດໝາຍວ່າດ້ວຍອຸດສາຫະກຳເຕັກໂນໂລຊີດີຈີຕອນ.
ສະພາແຫ່ງຊາດກໍ່ປຶກສາຫາລືຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການປ້ອງກັນຊາດ; ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນ; ກົດໝາຍວ່າດ້ວຍການປ້ອງກັນຊາຍແດນ ຫວຽດນາມ; ກົດໝາຍວ່າດ້ວຍການປ້ອງກັນອາກາດປະຊາຊົນ; ກົດໝາຍວ່າດ້ວຍການສຶກສາດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ…