• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດປຶກສາຫາລື ຮ່າງກົດໝາຍ 4 ສະບັບ

ຕອນເຊົ້າວັນທີ 1 ພະຈິກ, ສະພາແຫ່ງຊາດໄດ້ຮັບຟັງໃບຍື່ນສະເໜີ ແລະ ບົດລາຍງານການກວດກາຮ່າງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ) ແລະ ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນ. ການຟອກເງິນ (ສະບັບປັບປຸງ).

ຕອນເຊົ້າວັນທີ 1 ພະຈິກ, ສະພາແຫ່ງຊາດໄດ້ຮັບຟັງໃບຍື່ນສະເໜີ ແລະ ບົດລາຍງານການກວດກາຮ່າງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ) ແລະ ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນ. ການຟອກເງິນ (ສະບັບປັບປຸງ).

    

ກອງປະຊຸມ ສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ XV

 ໂດຍສືບຕໍ່ວາລະກອງປະຊຸມ ສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ XV, ຕອນເຊົ້າວັນທີ 1 ພະຈິກ, ສະພາແຫ່ງຊາດໄດ້ຮັບຟັງໃບຍື່ນສະເໜີ ແລະ ບົດລາຍງານການກວດກາຮ່າງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ) ແລະ ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນ. ການຟອກເງິນ (ສະບັບປັບປຸງ). ຕາມໃບຍື່ນສະເໜີ ຂອງລັດຖະບານແລ້ວ, ການປັບປຸງກົດໝາຍວ່າດ້ວຍທີ່ດິນ ເພື່ອແນໃສ່ຈຸດປະສົງຮັບປະກັນຄວາມກົມກ່ຽວລະຫວ່າງ ສິດ ແລະ ຜົນປະໂຫຍດ ຂອງລັດ, ຜູ້ໃຊ້ທີ່ດິນ ແລະ ນັກລົງທຶນ; ຊຸກຍູ້ການຫັນເປັນການຄ້າສິດນຳໃຊ້ທີ່ດິນ, ພັດທະນາຕະຫຼາດອະສັງຫາລິມະຊັບທີ່ໂປ່ງໃສ,  ປອດໄພ ແລະ ຍືນຍົງ.                 ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນ. ການ ຟອກເງິນ(ສະບັບປັບປຸງ), ບັນດາ ສ.ສ.ຊ ຖືວ່າ ຮ່າງກົດໝາຍນີ້ ຍິ່ງກຳນົດຢ່າງໂປ່ງໃສ ກໍຍິ່ງ ປະກອບສ່ວນຍົກສູງປະສິດທິຜົນຂອງການຕ້ານການສໍ້ລາດບັງຫຼວງແລະປະກົດການຫຍໍ້ທໍ້...

   ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດໄດ້ປຶກສາຫາລືໃນກຸ່ມກ່ຽວກັບຮ່າງກົດໝາຍວ່າດ້ວຍສະຫະກອນ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການປ້ອງກັນທາງ ພົນລະເຮືອນ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top