• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດປຶກສາຫາລືຮ່າງມະຕິກ່ຽວກັບການແກ້ໄຂຫນີ້ເສຍຂອງບັນດາອົງການສິນເຊື່ອ

      ໂດຍສືບຕໍ່ກອງປະຊຸມສະໄຫມສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ຕອນເຊົ້າວັນທີ 7/6 ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບຮ່າງມະຕິກ່ຽວກັບການແກ້ໄຂຫນີ້ເສຍຂອງບັນດາອົງການສິນເຊື່ອ. 

ກອງປະຊຸມສະໄຫມສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 
      ບັນດາສະມາຊິກສະພາແຫ່ງຊາດ ເປັນເອກະພາບຢ່າງສູງ ແລະ ຢືນຢັນວ່າ: ນີ້ແມ່ນຈຸດເວລາຈຳເປັນເພື່ອປະກາດໃຊ້ມະຕິຂອງສະພາແຫ່ງຊາດກ່່ຽວກັບການແກ້ໄຂຫນີ້ເສຍຂອງບັນດາອົງການສິນເຊື່ອ. ກ່ຽວກັບຫລັກການແກ້ໄຂຫນີ້ເສຍ, ບັນດາສະມາຊິກສະພາແຫ່ງຊາດ ສະເຫນີ ເລື່ອງແກ້ໄຂຫນີ້ເສຍຕ້ອງເຄົາລົບສອງຫລັກການພື້ນຖານ ນັ້ນແມ່ນ ບໍ່ນຳໃຊ້ງົບປະມານເພື່ອແກ້ໄຂຫນີ້ເສຍ ແລະ ຕ້ອງປັບໄຫມຢ່າງເຂັ້ມງວດຄວາມຮັບຜິດຊອບຂອງອົງການ, ບຸກຄົນກໍ່ໃຫ້ເກີດສະພາບຫນີ້ເສຍ. ເພື່ອຈຳກັດສະພາບຫນີ້ເສຍໃນໄລຍະຈະມາເຖິງ, ບັນດາສະມາຊິກສະພາແຫ່ງຊາດ ສະເຫນີ ຫນີ້ເສຍຕ້ອງໄດ້ຮັບການຄຸ້ມຄອງ, ຕິດຕາມກວດກາ ແກ້ໄຂຢ່າງເຂັ້ມງວດ. ແລະ ກໍ່ໃນຕອນເຊົ້າວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍອົງການສິນເຊື່ອ ແລະ ຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ເລມີງຮືງ ອະພິປາຍຄຳເຫັນຂອງສະມາຊິກສະພາແຫ່ງຊາດ.
  (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບຜູ້ຊົງຄຸນວຸດທິ ແລະ ຊົມລາຍການສະແດງສິລະປະມິດຕະພາບ ຫວຽດນາມ - ຈີນ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບຜູ້ຊົງຄຸນວຸດທິ ແລະ ຊົມລາຍການສະແດງສິລະປະມິດຕະພາບ ຫວຽດນາມ - ຈີນ

ການຮ່ວມມື ຫວຽດນາມ - ຈີນ ນັບມື້ນັບແທດຈິງ, ມີປະສິດທິຜົນໃນຫຼາຍຂົງເຂດ. ປະຈຸບັນ, ຈີນ ແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ, ສ່ວນ ຫວຽດນາມ ແມ່ນຄູ່ຄ້າໃຫຍ່ອັນດັບທີ 4 ຂອງ ຈີນ ໃນທົ່ວໂລກ.

Top