• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາເດັກນ້ອຍ-ເວທີປາໄສໃຫ້ແກ່ເດັກນ້ອຍສະແດງຄວາມມຸ່ງມາດປາດຖະໜາ, ທັດສະນະ

ມາຮອດປະຈຸບັນ, ທົ່ວປະເທດສ້າງຕັ້ງ 14 ສະພາເດັກນ້ອຍຂັ້ນແຂວງ ແລະ 17 ສະພາຂັ້ນເມືອງ. ຄຽງຂ້າງນັ້ນ, ບັນດາກອງປະຊຸມປະຈຳ, ຫຼາຍແຂວງ, ນະຄອນ ໄດ້ຈັດກອງປະຊຸມ, ພົບປະ, ຈັດການໂອ້ລົມສົນທະນາໂດຍກົງລະຫວ່າງສະພາເດັກນ້ອຍກັບການນຳຄະນະພັກແຂວງ, ສະພາປະຊາຊົນແຂວງ.
ສະພາເດັກນ້ອຍ ສ້າງຕັ້ງ ແລະ ຜັນຂະຫຍາຍທົດລອງຢູ່ໃນລະດັບຂັ້ນແຂວງໃນໄລຍະ 2017-2020. (ພາບ: TTXVN)

ສະພາເດັກນ້ອຍ ໂດຍສະພາກອງເຍົາວະຊົນສູນກາງ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ສ້າງຕັ້ງ ແລະ ຜັນຂະຫຍາຍທົດລອງຢູ່ໃນລະດັບຂັ້ນແຂວງໃນໄລຍະ 2017-2020. ສະພາເດັກນ້ອຍໂດຍເດັກນ້ອຍເປັນຜູ້້ບໍລິຫານໂດຍກົງຈັດຕັ້ງປະຈຳ, ເພື່ອສະແດງຄວາມເຫັນ, ຄວາມມຸ່ງມາດປາດຖະໜາ, ແລກປ່ຽນ, ໂອ້ລົມສົນທະນາກັບຜູ້ຕາງໜ້າສະພາປະຊາຊົນທຸກຂັ້ນ ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງເດັກນ້ອຍຢູ່ແຕ່ລະທ້ອງຖິ່ນ.

ມາຮອດປະຈຸບັນ, ທົ່ວປະເທດສ້າງຕັ້ງ 14 ສະພາເດັກນ້ອຍຂັ້ນແຂວງ ແລະ 17 ສະພາຂັ້ນເມືອງ. ຄຽງຂ້າງນັ້ນ, ບັນດາກອງປະຊຸມປະຈຳ, ຫຼາຍແຂວງ, ນະຄອນ ໄດ້ຈັດກອງປະຊຸມ, ພົບປະ, ຈັດການໂອ້ລົມສົນທະນາໂດຍກົງລະຫວ່າງສະພາເດັກນ້ອຍກັບການນຳຄະນະພັກແຂວງ, ສະພາປະຊາຊົນແຂວງ, ສ້າງກາລະໂອກາດເພື່ອໃຫ້ພວກນ້ອງສະເໜີຄຳເຫັນ, ຂໍ້ສະເໜີແນະຕໍ່ການນຳ. ພາຍຫຼັງປະຕິບັດການຜັນຂະຫຍາຍມາເປັນເວລາ 3 ປີ, ຮູບແບບດັ່ງກ່າວໄດ້ຮັບການຕີລາຄາສູງ, ປະກອບສ່ວນຍົກສູງສະຕິຄວາມຮັບຮູ້ຂອງອຳນາດການປົກຄອງ, ບັນດາຂະແໜງການ, ໝູ່ຄະນະ ແລະ ທົ່ວສັງຄົມ ກ່ຽວກັບບົດບາດສຳຄັນຂອງວຽກງານປົກປ້ອງ, ເບິ່ງແຍງດູແລ ແລະ ສຶກສາເຍົາວະຊົນ, ອະນຸຊົນ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ທ່ານນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິນ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ດຳ​ເນີນ​ການ​ພົບ​ປະ​ສົນ​ທະ​ນາ.

Top