• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາສິດທິມະນຸດ ສປຊ ຮັບຮອງເອົາມະຕິໂດຍ ຫວຽດນາມ ສົມທົບກັນນຳສະເໜີ

ກອງປະຊຸມຄັ້ງທີ 53 ຂອງສະພາສິດທິມະນຸດ ສປຊ ຖືກຈັດຂຶ້ນໃນລະຫວ່າງວັນທີ 19 ມິຖຸນາ - 14 ກໍລະກົດ ຕາມຮູບແບບສົມທົບລະຫວ່າງແບບເຊິ່ງໜ້າ ແລະ ທາງໄກ, ດຶງດູດການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາປະເທດ, ອົງການຈັດຕັ້ງສາກົນລະຫວ່າງລັດຖະບານ ແລະ ບາງອົງການບໍ່ຂຶ້ນກັບລັດຖະບານ.
ກອງປະຊຸມຂອງສະພາສິດທິມະນຸດ ສປຊ

ໂດຍສິ້ນສຸດກອງປະຊຸມຄັ້ງທີ 53 ຢູ່ນະຄອນ ເຊີແນວ, ປະເທດ ສະວິດ ໃນວັນທີ 14 ກໍລະກົດ, ສະພາສິດທິມະນຸດ ສປຊ ໄດ້ຮັບຮອງເອົາມະຕິ 30 ສະບັບ, ໃນນັ້ນມີມະຕິກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິດທິມະນຸດ ດ້ວຍຫົວຂໍ້ “ຜົນກະທົບຫຍໍ້ທໍ້ຂອງການປ່ຽນແປງຂອງດິນຟ້າອາກາດຕໍ່ການທຳມາຫາກິນເພື່ອລ້ຽງຊີບ ແລະ ຜົນສະທ້ອນຈາກການກະທົບນີ້ຕໍ່ສິດທິມະນຸດ” ໂດຍ ຫວຽດນາມ ພ້ອມກັບ ບັງກະລາເທດ ແລະ ຟິລິບປິນ ຮຽບຮຽງ ແລະ ນຳສະເໜີ. ຮອດວັນທີ 14 ກໍລະກົດ, ມະຕິສະບັບນີ້ມີ 80 ປະເທດສະໜັບສະໜູນ. ນີ້ແມ່ນຜົນສຳເລັດໂດຍອີງໃສ່ບັນດາຄວາມມານະພະຍາຍາມສະເໜີ, ຮຽບຮຽງເນື້ອໃນ, ທາບທາມຄວາມເຫັນ ແລະ ຂົນຂວາຍຂອງຄະນະຜູ້ແທນ ຫວຽດນາມ ແລະ ຄະນະຜູ້ແທນ ບັງກາລາເທດ ແລະ ຟິລິບປິນ.       

ກອງປະຊຸມຄັ້ງທີ 53 ຂອງສະພາສິດທິມະນຸດ ສປຊ ຖືກຈັດຂຶ້ນໃນລະຫວ່າງວັນທີ 19 ມິຖຸນາ - 14 ກໍລະກົດ ຕາມຮູບແບບສົມທົບລະຫວ່າງແບບເຊິ່ງໜ້າ ແລະ ທາງໄກ, ດຶງດູດການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາປະເທດ, ອົງການຈັດຕັ້ງສາກົນລະຫວ່າງລັດຖະບານ ແລະ ບາງອົງການບໍ່ຂຶ້ນກັບລັດຖະບານ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ຫງວຽນມິງຫວູ, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ນຳໜ້າ. ໃນຖານະເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025, ຄະນະຜູ້ແທນ ຫວຽດນາມ ໄດ້ຕັ້ງໜ້າສຳຜັດ, ແລກປ່ຽນ, ທາບທາມຄວາມເຫັນກັບຄະນະຜູ້ແທນປະເທດຕ່າງໆ, ເຂົ້າຮ່ວມສ້າງເນື້ອໃນບັນດາເອກະສານ, ສະໜັບສະໜູນຫຼາຍຂໍ້ລິເລີ່ມບົນຈິດໃຈສົນທະນາ ແລະ ຮ່ວມມື, ສະແດງທັດສະນະ, ນະໂຍບາຍສະເໝີຕົ້ນສະເໝີປາຍ, ຜົນງານຂອງ ຫວຽດນາມ ກ່ຽວກັບການຊຸກຍູ້ ແລະ ປົກປ້ອງບັນດາສິດທິມະນຸດ, ປະກອບສ່ວນພ້ອມກັບບັນດາປະເທດຮັບປະກັນການເຄື່ອນໄຫວຂອງສະພາສິດທິມະນຸດໃຫ້ເໝາະສົມກັບບັນດາຫຼັກການພື້ນຖານຂອງກົດໝາຍສາກົນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ຂະແໜງເຂົ້າສານຂອງ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງ ແລະ ສິ່ງທ້າທາຍໃໝ່, ຂ້າພະເຈົ້າສະເໜີໃຫ້ນະຄອນ ເກິ່ນເທີ ສືບຕໍ່ສຸມໃສ່ຊີ້ນຳ ແລະ ຍູ້ແຮງການຫັນເປັນສີຂຽວ

Top