• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາສິດທິມະນຸດສະຫະປະຊາຊາດໄດ້ຮັບຮອງເອົາຜົນຂອງບົດລາຍງານ UPR ຂອງຫວຽດນາມ ຮອບວຽນທີ IV

ວັນທີ 27 ກັນຍາ, ຢູ່ນະຄອນເຊີແນວ ປະເທດສະວິດ, ໃນຂອບເຂດກອງປະຊຸມສະໄໝ ສາມັນເທື່ອທີ 57, ສະພາສິດທິມະນຸດ ສະຫະ ປະຊາຊາດ ໄດ້ຮັບຮອງເອົາຜົນຂອງການ ທົບທວນ ປະຈຳໄລຍະ (UPR) ຮອບວຽນທີ IV ໃຫ້ແກ່ ຫວຽດນາມ.
ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ້ຫວຽດຮຸ່ງ (ຜູ້ທີສາມນັບຈາກຊ້າຍ) ແລະ ຄະນະຜູ້ແທນຫວຽດນາມ

ແຈ້ງໃຫ້ສະພາສິດທິມະນຸດຊາບກ່ຽວກັບການຕັດສິນຮັບຮອງ 271 ຂໍ້ສະເໜີແນະໃນຈຳນວນ 320 ຂໍ້ສະເໜີແນະຂອງບັນດາປະເທດ ທີ່ຍົກອອກມາໃນກອງປະຊຸມສົນທະນາກ່ຽວກັບບົດລາຍງານແຫ່ງຊາດໃນເດືອນ 5/2024, ບັນລຸອັດຕາ 84,7%, ສູງສຸດໃນ 4 ຮອບວຽນ, ຫວຽດນາມ ຢືນຢັນຄືນໃໝ່ຄຳໝັ້ນສັນຍາ ແລະ ນະໂຍບາຍສະເໝີຕົ້ນສະເໝີປາຍ ປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ ແລະ ການຖືເປັນສຳຄັນກົນໄກ UPR ແລະ ສະພາສິດທິມະນຸດ. ຄາດວ່າມີແຜນສັງລວມເພື່ອ ປະຕິບັດຂໍ້ສະເໜີແນະດັ່ງກ່າວຈະໄດ້ຮັບການສ້າງຂຶ້ນແລະ ຜັນຂະຫຍາຍໂດຍມີການເຂົ້າຮ່ວມຂອງບັນດາຝ່າຍທີ່ກ່ຽວຂ້ອງຢ່າງຄົບຖ້ວນ ບົນຈິດໃຈສົນທະນາ ແລະ ຮ່ວມມື. ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ້ຫວຽດຮຸ່ງ ຢືນຢັນວ່າ ຫວຽດນາມ ສືບຕໍ່ເພີ່ມທະວີບັນດາຂອບເຂດກົດໝາຍກ່ຽວກັບສິດທິມະນຸດ, ຮັບຮອງເອົາ, ປະກາດໃຊ້ ແລະ ປັບປຸງບັນດາເອກະສານນິຕິກຳສຳຄັນຈຳນວນໜຶ່ງກ່ຽວກັບສິດທິມະນຸດ ແລະ ສິດພົນລະເມືອງ. ທ່ານຮອງລັດຖະມົນຕີ ໂດ້ຫວຽດນາຮຸ່ງ ກໍ່ແບ່ງປັນກ່ຽວກັບແຜນນະໂຍບາຍອະໄພຍະໂທດປີ 2024 ໃຫ້ແກ່ນັກໂທດນັບພັນຄົນ, ສ້າງເງື່ອນໄຂເພື່ອໃຫ້ເຂົາເຈົ້າກັບຄືນສູ່ການດຳລົງຊີວິດໃນສັງຄົມ ແລະ ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ວົງຄະນະຍາດ.

ໃນຕອນທ້າຍຂອງກອງປະຊຸມ, ສະພາ ສິດທິມະນຸດ ໄດ້ຕົກລົງເປັນເອກະສັນຮັບຮອງເອົາ ຜົນຂອງບົດລາຍງານ UPR ຮອບວຽນທີ IV ຂອງຫວຽດນາມ, ເປັນຂີດໝາຍການສໍາເລັດ ການທົບທວນຮອບວຽນທີ IV ທີ່ກ່ຽວຂ້ອງເຖິງ ການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຂອງ ຫວຽດນາມ ແລະ ກ້າວເຂົ້າສູ່ໄລຍະປະຕິບັດບັນດາ ຂໍ້ສະເໜີແນະ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ເລ​ຂາ​ທິການ​ສະ​ພາ​ຄວາມ​ໝັ້ນ​ຄົງ ເບ​ລາ​ຣຸດ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ເລ​ຂາ​ທິການ​ສະ​ພາ​ຄວາມ​ໝັ້ນ​ຄົງ ເບ​ລາ​ຣຸດ

ໜ້າທີ່ຂອງບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງສອງປະເທດແມ່ນຕັ້ງໜ້າຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງຂັ້ນສູງ, ເຮັດໃຫ້ບັນດາເນື້ອໃນຂອງການພົວພັນຄູ່ຮ່ວມມືຍຸດທະສາດອຸດົມສົມບູນກວ່າ.

Top