• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບໂລກລະບາດໂຄວິດ-19 ໃນໂລກ

ຕາມຕົວເລກສະຖິຕິຂອງເວັບໄຊ worldometers.info, ໄລ່ຮອດ 8 ໂມງເຊົ້າຂອງວັນທີ 28 ກໍລະກົດ (ຕາມເວລາ ຫວຽດນາມ), ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນທົ່ວໂລກແມ່ນ 16.629.212 ຄົນ, ໃນນັ້ນ ມີ 655.865 ຄົນເສຍຊີວິດ.

ສະພາບໂລກລະບາດໂຄວິດ-19 ໃນໂລກ  (ພາບປະກອບ: AFP/TTXVN)

ມາຮອດປະຈຸບັນ, ໂລກລະບາດໂຄວິດ-19 ໄດ້ແຜ່ລະບາດອອກສູ່ 214 ປະເທດ ແລະ ເຂດແຄ້ວນ. ສປປ.ເກົາຫຼີ ແມ່ນປະເທດໃໝ່ສຸດ (ທີ 214) ໄດ້ປະກາດກວດພົບຜູ້ຕິດເຊື້ອເປັນບວກກັບໄວຣັດ SARS-CoV-2 ຄົນທຳອິດ. ໂລກລະບາດໂຄວິດ-19 ສືບຕໍ່ມີການຜັນແປຢ່າງສັບສົນຢູ່ຫລາຍປະເທດ, ບາງປະເທດປະເຊີນໜ້າກັບຄວາມສ່ຽງເຊື້ອພະຍາດແຜ່ລະບາດຄັ້ງທີ 2, ທີ 3. ທ່ານ Tedros Adhanom Ghebreyesus, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ໄດ້ບອກເຕືອນວ່າ ຈຳນວນຜູ້ຕິດເຊື້ຶ້ອໂຄວິດ-19 ໃນທົ່ວໂລກໄດ້ເພີ່ມຂຶ້ນທົບ 2 ເທົ່າພຽງໃນ 6 ອາທິດຜ່ານມາ.

        ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຜູ້ຕິດເຊື້ອແມ່ນ 4.432.112 ຄົນ ແລະ ມີ 150.418 ຄົນເສຍຊີວິດ. ຖັດມາແມ່ນປະເທດ ບຣາຊິນ ແລະ ອິນເດຍ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top