• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ

      ມາຮອດປະຈຸບັນ, ຫວຽດນາມ ໄດ້ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ຫາຍດີເປັນປົກກະຕິ 1.042 ໃນຈຳນວນຜູ້ຕິດພະຍາດ 1.109 ຄົນ.

ວັນທີ 12 ຕຸລາ, ຫວຽດນາມ ບໍ່ກວດພົບກໍລະນີຕິດໂລກລະບາດໂຄວິດ- 19 ລາຍໃໝ່
(ພາບ: nhandan.com.vn)
      ແຫຼ່ງຂ່າວຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ- 19 ໃຫ້ຮູ້ວ່າ, ໄລ່ຮອດເວລາ 6 ໂມງຂອງວັນທີ 12 ຕຸລາ, ຫວຽດນາມ ບໍ່ກວດພົບກໍລະນີຕິດໂລກລະບາດໂຄວິດ- 19 ລາຍໃໝ່. ມາຮອດປະຈຸບັນ, ເປັນເວລາ 40 ມື້ຢ່າງລຽນຕິດທີ່ຫວຽດນາມ ບໍ່ກວດພົບກໍລະນີຕິດໂລກພະຍາດໂຄວິດ-19 ໃນຊຸມຊົນ. ມາຮອດປະຈຸບັນ, ຫວຽດນາມ ໄດ້ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ຫາຍດີເປັນປົກກະຕິ 1.042 ໃນຈຳນວນຜູ້ຕິດພະຍາດ 1.109 ຄົນ. ຜູ້ເສຍຊີວິດຢູ່ຫວຽດນາມ ໄລ່ມາຮອດປະຈຸບັນຍ້ອນໂລກລະບາດດັ່ງກ່າວແມ່ນ 35 ຄົນ, ປະຈຸບັນບໍ່ມີຜູ້ຕິດເຊື້ອພະຍາດໂຄວິດທີ່ມີອາການເຈັບໜັກ.
        ໃນລະຫວ່າງວັນທີ 10 – 11 ຕຸລາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມ ປະຈຳອາເມລິກາ ແລະ ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ອາເມລິກາ ນຳສົ່ງພົນລະເມືອງຫວຽດນາມ 340 ຄົນກັບເມືອປະເທດດ້ວຍຄວາມປອດໄພ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນ ເວິນດົນ, ບັນດາຜູ້ໂດຍສານໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຖືກຕ້ອງຕາມຂໍ້ກຳນົດ.
        ສ່ວນຢູ່ໃນໂລກ, ຕາມເວັບໄຂສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 12 ຕຸລາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 37.736.120 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.081.246 ຄົນ ແລະ ຜູ້ທີ່ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນກວ່າ 28 ລ້ານຄົນ.
        ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອພະຍາດ 7.991.999 ຄົນ, ມີຜູ້ເສຍຊີວິດ 219.695 ຄົນ. ຖັດມາແມ່ນ ອິນເດຍ ມີຜູ້ຕິດເຊືຶ້ອພະຍາດໂຄວິດ-19 ແມ່ນ 7.119.300 ຄົນ, ຜູ້ເສຍຊີວິດແມ່ນ 109.184 ຄົນ, ຖັດຈາກນັ້ນແມ່ນ ບຣາຊິນ ມີຜູ້ຕິດເຊືຶ້ອພະຍາດໂຄວິດ-19 ແມ່ນ 5.094.979 ຄົນ, ຜູ້ເສຍຊີວິດແມ່ນ 150.506 ຄົນ.
(ແຫຼ່ງຄັດຈາກ VOV)
 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top