• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ

      ໄລ່ຮອດເວລາ 6 ໂມງຂອງວັນທີ 19 ກໍລະກົດ, ຫວຽດນາມ ມີຜູ້ຕິດໂລກລະບາດໂຄວິດ-19 ພຽງ 381 ຄົນ, ບໍ່ມີຜູ້ຕິດເຊື້ອພະຍາດໃໝ່.

ຫວຽດນາມ ມີຜູ້ຕິດເຊື້ອພະຍາດໃໝ່ 
(ພາບປະກອບ: TTXVN)
      ຕາມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຫວຽດນາມ ແລ້ວ, ໄລ່ຮອດເວລາ 6 ໂມງຂອງວັນທີ 19 ກໍລະກົດ, ຫວຽດນາມ ມີຜູ້ຕິດໂລກລະບາດໂຄວິດ-19 ພຽງ 381 ຄົນ, ບໍ່ມີຜູ້ຕິດເຊື້ອພະຍາດໃໝ່. ມີຜູ້ຕິດໂລກລະບາດໂຄວິດ- 19 ມາຈາກຕ່າງປະເທດທັງໝົດ 242, ພາຍຫຼັງເຂົ້າເມືອງຖືກແຍກຕົວໂດຍທັນທີຕາມຂໍ້ກຳນົດ. ມາຮອດປະຈຸບັນ, ໄດ້ມີຜູ້ຕິດໂລກລະບາດໂຄວິດ - 19 ລວມ 357 ຄົນໄດ້ຮັບການປິ່ນປົວຫາຍດີແລ້ວ. ບັນດາຄົນເຈັບທີ່ຍັງເຫຼືອພວມໄດ້ຮັບການປິ່ນປົວຢູ່ບັນດາຮາກຖານການແພດພາຍໃນປະເທດ.
ກ່ອນໜ້ານັ້ນ, ວັນທີ 18 ກໍລະກົດ, ບັນດາເຈົ້າໜ້າທີ່ຂອງຫວຽດນາມ, ສະຖານທູດຫວຽດນາມ ປະຈຳຟິລິບປິນ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງຟີລິບປິນ ຈັດສົ່ງພົນລະເມືອງຫວຽດນາມ 240 ຄົນຈາກປະເທດນີ້ກັບເມືອຫວຽດນາມ. ພາຍຫຼັງລົງຈອດຢ່າງປອດໄພຢູ່ສະໜາມບິນສາກົນ ເກິນເທີ, ຜູ້ໂດຍສານທັງໝົດ ແລະ ຈຸບິນ ໄດ້ກວດສຸຂະພາບ ແລະ ນຳໄປແຍກຕົວຢູ່ບັນດາຮາກຖານການແພດຖືກຕ້ອງຕາມຂໍ້ກຳນົດ.
ໃນເຫດການທີ່ກ່ຽວຂ້ອງ. ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ໂລກມີຜູ້ຕິດໂລກລະບາດໃໝ່ແມ່ນ 212.700 ຄົນ ແລະ ມີຜູ້ເສຍຊີວິດແມ່ນ 4.862 ຄົນ, ອັນໄດ້ຍົກຈຳນວນຜູ້ຕິດໂລກລະບາດໂຄວິດ- 19 ຂຶ້ນກວ່າ 14,4 ລ້ານຄົນ ແລະ ຜູ້ເສຍຊີວິດແມ່ນ 604.058 ຄົນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top