• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການໂລກລະບາດ Covid – 19 ໃນທົ່ວໂລກ

      ຕາມການສະຖິຕິຂອງເວັບໄຊ Worldometers ແລ້ວ, ໄລ່ຮອດ 16 ໂມງ 30 ນາທີຂອງວັນທີ 30 ມີນາ(ຕາມເວລາ ຫວຽດນາມ) ຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໃນໂລກໄດ້ເພີ່ມຂຶ້ນເຖິງ 725.000 ຄົນ, ໃນນັ້ນຍອດຈຳນວນຜູ້ເສຍຊີວິດ ແມ່ນຫຼາຍກວ່າ 34.000  ຄົນ. ໂລກລະບາດພວມແຜ່ລາມເຖິງ 203 ປະເທດ ແລະ ເຂດແຄ້ວນໃນໂລກ.
            ປັດຈຸບັນ ອາເມລິກາ ແມ່ນປະເທດມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍທີ່ສຸດ ເມື່ອປະເທດນີ້ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid - 19 ແມ່ນ 142.000 ຄົນ ໃນນັ້ນມີຜູ້ເສຍຊີວິດ 2.500 ຄົນ. ຖັດຈາກນັ້ນແມ່ນ ອີຕາລີ, ຈີນ ແລະ ແອັດສະປາຍ ດ້ວຍຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 97.689 ຄົນ, 81.439 ຄົນ, 80.110 ຄົນ ຕາມລຳດັບ.
            ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວຂອງກຸ່ມສະເພາະກິດການປ້ອງກັນ, ສະກັດກັ້ນ ໂລກລະບາດ Covid – 19 ຂອງທຳນຽບຂ່າວໃນວັນທີ 29 ມີນາ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ຈຸດເວລາແຜ່ລະບາດສູງສຸດຂອງໂລກລະບາດ Covid – 19 ຄາດວ່າ ໃນ 2 ອາທິດຈະມາເຖິງ, ອາດຈະກົງກັບນບຸນ ອິດສະເຕີ (Easter) ວັນທີ 12 ເມສາ. ເຖິງຢ່າງໃດກໍ່ຕາມ, ທ່ານປະທານາທິບໍດີ ອາເມລິກາກໍ່ຫວັງວ່າບັນດາການເຄື່ອນໄຫວທັງໝົດຈະຄ່ອຍໆໄດ້ຮັບການຟື້ນຟູເລີ່ມແຕ່ວັນທີ 1 ມິຖຸນາ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ຂະແໜງກະສິກຳ ແລະ ສິ່ງແວດລ້ອມຍັງຮັກສາທ່າເຕີບໂຕທີ່ຕັ້ງໜ້າ ເຖິງວ່າຖືກຜົນກະທົບຈາກພາຍຸ, ຝົນຕົກໜັກ ແລະ ການຜັນແປຂອງຕະຫຼາດ.

Top