• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການໂລກລະບາດໂຄວິດ - 19 ຢູ່ໃນໂລກ

      ຢູ່ອາຊີຕາເວັນອອກສ່ຽງໃຕ້, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hunsen ໄດ້ປະກາດໃຊ້ມະຕິສະບັບໃໝ່ກ່ຽວກັບບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 
ພາບປະກອບ: TTXVN
      ໄລ່ຮອດຕອນເຊົ້າວັນທີ 2 ເມສາ, ໃນໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 129,6 ລ້ານຄົນ ໃນນັ້ນມີຜູ້ເສຍຊີວິດກ່ວາ 2,83 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 31,1 ລ້ານຄົນ ແລະ ມີຜູ້ເສຍຊີວິດ ກ່ວາ 565.200 ຄົນ.
        ຖັດຈາກ ອາເມລິກາ ແມ່ນ ບຣາຊິນ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 12,7 ລ້ານຄົນ ແລະ ຜູ້ເສຍຊີວິດ 321.886 ຄົນ.
        ຢູ່ອາຊີຕາເວັນອອກສ່ຽງໃຕ້, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hunsen ໄດ້ປະກາດໃຊ້ມະຕິສະບັບໃໝ່ກ່ຽວກັບບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 , ໃນນັ້ນມີບາງຂໍ້ຈຳກັດສຳລັບປະຊາຊົນ ແລະ ການເຄື່ອນໄຫວດຳເນີນທຸລະກິດຄືຄຳສັ່ງຫ້າມຢູ່ບາງສະຖານທີ່ ທີ່ມີຄວາມສ່ຽງແຜ່ລະບາດສູງ.
(ແຫຼ່ງຄັດຈາກ VOV)

ອັງ​ກິດ ເສຍ​ເງິນ​ເກືອບ 900 ລ້ານ USD ເພື່ອ​ຮັດ​ແໜ້ນ​ການ​ສຳຫຼວດ​ຊາວ​ອົບ​ພະ​ຍົບ​ຜ່ານ​ຊ່ອງ​ແຄບ​ທະ​ເລ Manche

ອັງ​ກິດ ເສຍ​ເງິນ​ເກືອບ 900 ລ້ານ USD ເພື່ອ​ຮັດ​ແໜ້ນ​ການ​ສຳຫຼວດ​ຊາວ​ອົບ​ພະ​ຍົບ​ຜ່ານ​ຊ່ອງ​ແຄບ​ທະ​ເລ Manche

ລາ​ຊະ​ອາ​ນາ​ຈັກອັງ​ກິດ ປະ​ກາດ​ວ່າ ຈະ​ອອກ​ເງິນ​ດ້ວ​ຍ​ຈຳ​ນວນເງິນ 660 ລ້ານ​ປອນ (ເກືອບ 900 ລ້ານ USD) ໃຫ້​ແກ່ ຝະ​ລັ່ງ ໃນ​ຂໍ້​ຕົກ​ລົງ​ຄວາມ​ໝັ້ນ​ຄົງ​ເຂດ​ຊາຍ​ແດນ​ສະ​ບັບ​ໃໝ່ ທີ່​ແກ່​ຍາວ​ໃນ​ເວ​ລາ 3 ປີ ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ສະ​ພາບ​ຄົນ​ອົບ​ພະ​ຍົບ​ຂ້າມ​ຊາຍ​ແດນ​ຢ່າງ​ຜິດ​ກົດ​ໝານ​ຜ່ານຊ່ອງ​ແຄບ​ທະ​ເລ Manche.

Top