• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ

         ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ພາຍໃນປະເທດສະສົມທັງໝົດ 10.564 ຄົນ ແລະ 1.667 ຄົນກັບມາຈາກຕ່າງປະເທດ.
ນັບແຕ່ເວລາ 18 ໂມງຂອງວັນທີ 17 ມິຖຸນາ ຫາເວລາ 6 ໂມງຂອງວັນທີ 18 ມິຖຸນາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ພາຍໃນປະເທດຕື່ມອີກ 81 ຄົນ ຢູ່ນະຄອນ ໂຮ່ຈີມິນ (60 ຄົນ), ບັກຢາງ (21 ຄົນ), ໃນນັ້ນ 76 ຄົນແມ່ນກວດພົບໃນເຂດແຍກຕົວ ຫຼື ເຂດຖືກປິດລ້ອມ.
        ສະນັ້ນ, ໄລ່ຮອດເວລາ 6 ໂມງຂອງວັນທີ 18 ມິຖຸນາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ພາຍໃນປະເທດສະສົມທັງໝົດ 10.564 ຄົນ ແລະ 1.667 ຄົນກັບມາຈາກຕ່າງປະເທດ. ຈຳນວນຜູ້ທີ່ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 4.653 ຄົນ, ມີ 61 ຄົນເສຍຊີວິດ.
        ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 17 ມິຖຸນາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດແມ່ນກວ່າ 178 ລ້ານຄົນ, ໃນນັ້ນເກືອບ 3,9 ລ້າຍຄົນເສຍຊີວິດ. ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍັງແມ່ນອາເມລິກາ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top